ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມພິທີມອບ-ຮັບ ຄອມພີວເຕີໂນດບຸກ ເພື່ອຮັບໃຊ້ວຽກງານຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ

ວັນທີ13 ພຶດສະພາ 2024, ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ຈັດພິທີມອບ-ຮັບອຸປະກອນຮັບໃຊ້ວຽກງານ ຕິດຕາມ, ກວດກາ ແລະ ຕອບແກ້ຫາງສຽງບໍ່ດີໃນສັງຄົມ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ພາຍໃຕ້ການເປັນປະທານພິທີມອບ-ຮັບ ໂດຍທ່ານ ພົມມະລາ ນັນທະວົງ ກຳມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທັງເປັນຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ມີທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາທ່ານ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ຕາງໜ້າ ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອຕອບສະໜອງດ້ານອຸປະກອນ ໃນການເຮັດວຽກງານຕິດຕາມ, ກວດກາ ແລະ ຕອບແກ້ຫາງສຽງທີ່ບໍ່ດີ ໃນສັງຄົມ ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງ ໂດຍສະເພາະແມ່ນ ສື່ສັງຄົມອອນລາຍ, ການຈັດເກັບຂໍ້ມູນ ເອກະສານຕ່າງໆ ໃຫ້ສະດວກວ່ອງໄວ ແລະ ທັນກັບເວລາ ນັ້ນ; ຫ້ອງການກອງເລຂາຄະນະຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະໜອງງົບປະມານຈັດຊື້ຄອມພີວເຕີ ໂນດບຸກ ຈຳນວນ 7 ເຄື່ອງ, ລວມເປັນມູນຄ່າ 66.000.000 ກີບ ໃຫ້ແກ່ຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງວຽງຈັນ, ຊຶ່ງປະກອບມີ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ພະແນກ ຖວທ ແຂວງ, ຄະນະໂຄສະນາອົບຮົມແຂວງ, ປກສ ແຂວງວຽງຈັນ ຊຶ່ງຄະນະໂຄສະນາອົບຮົມແຂວງ ກໍໄດ້ມອບຄອມພີວເຕີໂນດບຸກດັ່ງກ່າວ ໃຫ້ພະນັກງານທີ່ເຮັດວຽກງານ IT ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ນຳໃຊ້ເຄື່ອນໄຫວວຽກງານວິຊາສະເພາະໃຫ້ສອດຄ່ອງກັບທິດຊີ້ນຳຂອງຂັ້ນເທິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa