ໃນວັນທີ 6 ກຸມພາ 2025 ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ, ຫົວໜ້າບັນນາທິການວາລະສານອາລຸນໃໝ່ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານໂຄສະນາ ແລະ ວາລະສານອາລຸນໃໝ່ຢູ່ແຂວງວຽງຈັນ ໃນການລົງເຄື່ອນໄຫວຄັ້ງນີ້ ໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມແຂວງ, ພາກສ່ວນທີ່ກຽ່ວຂ້ອງຂັ້ນແຂວງ, ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງທຸລະຄົມ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນເມືອງ.
ການເຮັດວຽກຢູ່ຂັ້ນແຂວງ ທ່ານ ນ. ມະນີຈັນ ທໍາມະໂຄດ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຫຍໍ້ ກຽ່ວກັບການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ, ພາຍຫລັງຮັບຟັງການລາຍງານຫຍໍ້ ກຽ່ວກັບການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ. ພາຍຫລັງຮັບຟັງການລາຍງານ ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ, ຫົວໜ້າບັນນາທິການວານອາລຸນໃໝ່ ກໍ່ໄດ້ມີຄວາມເຫັນ ກຽ່ວກັບວຽກງານໂຄສະນາ ແລະ ວາລະສານອາລຸນໃໝ່ ພ້ອມທັງເຈາະຈີ້ມບາງບັນຫາ ຫລັງຈາກນັ້ນຄະນະຮັບຜິດຊອບຂັ້ນສູນກາງ, ຄະນະໂຄສະນາອົບຮົມແຂວງ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນແຂວງ ກໍ່ໄດ້ແລກປຽ່ນຄວາມຄິດເຫັນໃນຫົວຂໍ້ຕ່າງໆ.
ໃນເວລາ 14: 00 ໂມງຂອງມື້ດັ່ງກ່າວ ໄດ້ລົງເຄື່ອນໄຫວວຽກງານຢູ່ເມືອງທຸລະຄົມ ໂດຍເຂົ້າພົບ ທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ, ປະທານກວດກາພັກເມືອງ ເພື່ອແຈ້ງຈຸດປະສົງ, ຫລັງຈາກນັ້ນກໍ່ໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງ ແລະ ພາກສ່ວນທີ່ກຽ່ວຂ້ອງຂັ້ນເມືອງ ໃນການພົບປະຄັ້ງນີ້ ທ່ານ ນ. ກອງແກ້ວ ຄໍາພັບ ກໍາມະການພັກເມືອງ, ຫົວໜ້າຄະນໂຄສະນາອົບຮົມເມືອງ ໄດ້ລາຍງານຫຍໍ້ວຽກງານໂຄສະນາ ແລະ ວຽກງານວາລະສານອາລຸນໃໝ່ຢູ່ຂັ້ນເມືອງ. ພາຍຫລັງໄດ້ຮັບຟັງການລາຍງານ ທ່ານ ວັນລາຕີ ຄໍາວານວົງສາ ຄະນະພັກ, ຫົວໜ້າບັນນາທິການວາລະສານອາລຸນໃໝ່ກໍ່ໄດ້ມີຄວາມເຫັນ ແລະ ເຈາະຈີ້ມບາງບັນຫາ. ຫລັງຈາກນັ້ນ, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນເມືອງ ກໍໄດ້ມີການແລກປຽ່ນຄວາມຄິດເຫັນໃນຫົວຂໍ້ຕ່າງໆ.