ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍຄະນະ ລົງສົມທົບຄະນະໂຄສະນາອົບຮົມເມືອງໝື່ນ ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານທົ່ວເມືອງໝື່ນ

ໃນວັນທີ 15-16 ພຶດສະພາ 2024 ທີ່ສະໂມສອນຫ້ອງວ່າການເມືອງໝື່ນ ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການກໍ່ສ້າງບ້ານພັດທະນາ ໃຫ້ກັບເລຂາພັກບ້ານ ໃນທົ່ວເມືອງ. ເປັນກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ສີທົນ ແສງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ທ່ານ ສອນໄຊ ຫຼວງອາໄພ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ, ມີບັນດາ ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ເລຂາພັກບ້ານ 22 ບ້ານ ທົ່ວເມືອງໝື່ນເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ຕໍ່ບັນດາສະຫາຍເລຂາພັກບ້ານ ທົ່ວເມືອງໝື່ນ ໃນການສ້າງຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນບັນດາ ມະຕິ, ຄຳສັ່ງ, ກົດລະບຽບພັກ ແລະ ລະບຽບກົດໝາຍຂອງລັດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ. ເອກະສານທີ່ນຳມາຝຶກອົບຮົບປະກອບມີ: ເອກະສານຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວ; ເອກະສານລະບົບການເມືອງ ແລະ ການປົກຄອງຢູ່ ສປປ ລາວ; ເອກະສານຍົກສູງຄວາມສາມາດນຳພາ ຂອງໜ່ວຍພັກບ້ານ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເອກະສານການສ້າງບ້ານພັດທະນາ ແລະ ເອກະສານການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

ພາຍຫຼັງຜ່ານການເຊື່ອມຊຶມບັນດາເອກະສານ ແລະ ມີການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຂອງນັກຝຶກອົບຮົມ ສຳເລັດແລ້ວ, ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ຈຳນວນ 22 ທ່ານ, ເປັນກຽດມອບໂດຍ ທ່ານ ສອນໄຊ ຫຼວງອາໄພ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານກໍ່ສ້າງພັກ-ພະນັກງານ ພ້ອມທັງມີຄວາມເຫັນໂອ້ລົມເນັ້ນໜັກໃຫ້ນັກສຳມະນາກອນ ນຳເອົາຄວາມຮູ້ທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສຳເລັດຢູ່ແຕ່ລະບ້ານ.

ໃນໂອກາດທີ່ລົງເຄື່ອນໄຫວວຽກງານຢູ່ເມືອງໝື່ນ ຄັ້ງນີ້, ກໍໄດ້ຕິດພັນກັບການໂຄສະນາເຄື່ອນທີ່ ຢູ່ແຕ່ລະກຸ່ມບ້ານເພື່ອສາຍວິດີໂອ ສາລະຄະດີມູນເຊື່ອສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ແລະ ສ້າງກິດຈະກຳຖາມ-ຕອບ ຮ່ວມກັບປະຊາຊົນ, ບັນດາຊັ້ນຄົນຕ່າງໆ ທີ່ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ສາມາດເຜີຍແຜ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ຂອງພັກ ເຂົ້າສູ່ຊີວິດຕົວຈິງໃນສັງຄົມ ມີຜົນສຳເລັດຕາມລະດັບຄາດໝາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa