ພິທີຮັບຊົມການຖ່າຍທອດສົດພິທີດັ່ງກ່າວ ໄດ້ມີຂຶ້ນວັນທີ 9 ມັງກອນ 2026, ໂດຍການເຂົ້າຮ່ວມຂອງ ສະຫາຍ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາການນຳອາວຸໂສບຳນານ, ພະນັກງານຫຼັກແຫຼ່ງພາຍໃນແຂວງເຂົ້າຮ່ວມ. ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີ ຈາກນັ້ນສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວຈຸດປະສົງພິທີໂຮມຊຸມນຸມ.
Category Archives: ສາລະໜ້າຮູ້
ກິນອາຫານທີ່ດີ: ການກິນອາຫານທີ່ດີ ນອກຈາກຈະເຮັດໃຫ້ສຸຂະພາບກແຂງແຮງດີ ຍັງສົ່ງຜົນໃຫ້ສະໝອງດີນຳອີກ; ທ່ານຮູ້ບໍ່ວ່າ ອາຫານທີ່ຜ່ານການປຸງແຕ່ງຫຼາຍຂັ້ນຕອນ, ມີຣົດຊາດຫວານ ແລະ ໄຂມັນຫຼາຍນັ້ນ ຖ້າກິນເປັນປະຈຳ ຈະເປັນສາເຫດທຳລາຍສະໝອງໄດ້ ເພາະອາຫານທີ່ຫວານ, ໄຂມັນຫຼາຍ ເຮັດໃຫ້ການຮຽນຮູ້ ແລະ ຄວາມຈຳຫຼຸດລົງ, ສ່ຽງຕໍ່ການເກີດພະຍາດອາວໄຊເມີ (Alzheimer’s Disease). ດັ່ງນັ້ນ, ທ່ານຄວນກິນອາຫານທີ່ມີຄຸນປະໂຫຍດຕໍ່ສະໝອງ ເຊັ່ນ: ຜັກ, ໝາກຖົ່ວ, ປາ ຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດ ອາວໄຊເມີ (Alzheimer’s Disease) ໄດ້ເຖິງ 50%.

