ພິທີປະກາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ອອກການ-ຮັບອຸດໜູນບຳນານ

ໃນວັນທີ 16 ກໍລະກົດ 2024 ເວລາ 9:00 ໂມງ, ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ, ໂດຍການເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງຕຶກ 120 ແມັດ, ແຂກຖືກເຊີນ ພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ມີຜູ້ເຂົ້າຮ່ວມທັງໝົດ 27 ທ່ານ, ຍິງ 12 ທ່ານ;

ໃນພິທີ ທ່ານ ສົມໝາຍ ພົມມະລາດ ຫົວໜ້າຂະແໜງຄຸ້ມຄອງລັດຖະກອນ ຂອງພະແນກພາຍໃນແຂວງ, ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 993/ຈຂ.ວຈ, ລົງວັນທີ 21 ມິຖຸນາ 2024 ວ່າດ້ວຍການອະນຸມັດໃຫ້ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ອາຍຸ 60 ປີ, ອາຍຸການ 35 ປີ ເລີ່ມອອກການ-ຮັບອຸດໜູນບຳນານ ຕັ້ງແຕ່ວັນທີ 1 ກໍລະກົດ 2024 ເປັນຕົ້ນໄປ ໃນພິທີດັ່ງກ່າວຍັງໄດ້ມອບ ຂໍ້ຕົກລົງຂອງທ່ານເຈົ້າແຂວງວຽງຈັນ ໃຫ້ພະນັກງານທີ່ອອກການ-ຮັບອຸດໜູນບຳນານ ໃຫ້ກຽດມອບໂດຍ ທ່ານ ສີທົນ ແສງພະຈັນ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຕອນທ້າຍທ່ານຍັງໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງພະນັກງານທີ່ອອກການ-ຮັບອຸດໜູນບຳນານ ທີ່ໄດ້ປະກອບໃນພາລະກິດສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ. ພິທີດັ່ງກ່າວໄດ້ປິດລົງດ້ວຍຜົນສໍາເລັດ ແລະ ຈົບງາມ ໃນເວລາ 11:30 ໂມງ ຂອງວັນດຽວກັນ. 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa