ຊຸດອົບຮົມການເມືອງແນວຄິດ-ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ, ຢູ່ເມືອງກາສີແຂວງວຽງຈັນ ປະຈຳປີ 2024

ໃນຕອນເຊົ້າເວລາ 08:30 ໂມງ ຂອງວັນທີວັນທີ 11 ກໍລະກົດ 2024, ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກາສີ ເປີດຊຸດອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ເມືອງກາສີ ປະຈໍາປີ 2024, ຢູ່ທີ່ສະໂມສອນເມືອງກາສີ, ໂດຍເປັນປະທານຮ່ວມຂອງທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ,

   

ມີບັນດາຄະນະຮັບຜິດຊອບຂັ້ນສູນກາງ, ແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 9 ທ່ານ, ໃນນີ້ ນັກສໍາມະນາກອນ 33 ທ່ານ, ຍິງ 0 ທ່ານ, ຈຸດປະສົງແມ່ນເພື່ອເຮັດໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ; ບົດບາດ ແລະ ໜ້າທີ່, ເຂົ້າໃຈກ່ຽວກັບການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ; ຊຸດອົບຮົມໄດ້ນໍາເອົາເອກະສານທີ່ສໍາຄັນຈໍານວນ 3 ເອກະສານ ມາຄົ້ນຄ້ວາເຊື່ອມຊຶມຄື: ເອກະສານເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ ສະເໜີໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເອກະສານບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທິ ສະເໜີໂດຍທ່ານ ນ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ເອກະສານ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນລາວເປັນດາເຜົ່າ ສະເໜີໂດຍທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ, ພາຍຫຼັງເຊື່ອມຊຶມບັນດາເອກະສານ, ກໍ່ໄດ້ມີການຄົ້ນຄ້ວາແລກປ່ຽນຄໍາຄິດຄໍາເຫັນ ແລະ ໃນຕອນທ້າຍທ່ານ ອຳໄພ ໂສລັດຕະນະວົງ ເລຂາພັກເມືອງ, ເຈົ້າເມືອງກາສີ ໄດ້ມີຄໍາເຫັນໂອລົມກ່າວປິດຕໍ່ຊຸດອົບຮົມ ຄັ້ງນີ້ ໂດຍທ່ານໄດ້ເໜັ້ນໜັກ 5 ບັນຫາໃຫຍ່ເປັນຕົ້ນຄື: ເປັນເຈົ້າການສຶກສາອົບຮົມໃຫ້ລູກຫຼານ ແລະ ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມ, ມູນເຊື້ອຕໍ່ສູ້ພິລະອາດຫານ ແລະ ກະຕັນຍູ້ຮູ້ບຸນຄຸນນັ້ນແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ, ປຸລະດົມປະຊາຊົນບັນດາເຜົ່າມີສະຕິປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ປຸກລະດົມໃຫ້ປະຊາຊົນບັນດາເຜົ່າປະກອບສ່ວນທຶນຮອນ, ສະຕິປັນຍາເຂົ້າໃນການພັດທະນາບ້ານເມືອງ, ສຶກສາອົບຮົມຊຸກຍູ້, ແນະນໍາລູກຫຼານໃຫ້ເອົາໃຈໃສ່ພັດທະນາການສຶກສາໃຫ້ມີຄວາມກ້າວໜ້າ ແລະ ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ບໍ່ສອດຄ່ອງກັບຍຸກສະໄໝ ປັດຈຸບັນຢ່າງທັນການ. ເຂົ້າຮ່ວມວຽກງານກໍ່ສ້າງຮາກຖານການເມືອງປະ ກອບສ່ວນກໍ່ສ້າງພັກພະນັກງານອົງການປົກຄອງທ້ອງຖິ່ນ. ສຶກສາອົບຮົມລູກຫຼານ ແລະ ອົງການປົກຄອງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີການຮ່ວມມືກັບບ້ານອື່ນ, ຊົນ ເຜົ່າອື່ນ ເພື່ອພັດທະນາບ້ານເມືອງຂອງຕົນເອງໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນກ່ວາເກົ່າ. ເນື້ອໃນຈິດໃຈດັ່ງກ່າວມານັ້ນເນັ້ນໜັກໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່ານໍາໄປປະຕິບັດເຂົ້າໃນວຽກງານໃຫ້ມີຜົນສໍາເລັດຢູ່ແຕ່ລະບ້ານ, ຊຸດອົບຮົມດໍາເນີນມາເປັນເວລາ 1 ວັນເຕັມ, ກໍໄດ້ປິດລົງຢ່າງເປັນທາງການຂອງວັນດຽວກັນ ຢ່າງມີຜົນສໍາເລັດທີ່ວາງໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa