ຄະນະໂຄສະນາອົບຮົມແຂວງວຽງຈັນ ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ4 ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານນາງ ຈັນທະຄອນ ສີອຳພອນ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຮອງຫົວໜ້າຄະນະ, ຫົວຫນ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ທ່ານນາງ ມະນີຈັນ ທຳມະໂຄດ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫລຸບ ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານໃນໄລຍະ1ປີຜ່ານມາ, ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງດ້ານດີທີ່ສາມາດເຮັດໄດ້, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ພ້ອມນີ້ກໍໄດ້ຍົກໃຫ້ເຫັນທິດທາງແຜນການໃນປີ2026 ແລະ ວຽກງານຈຸດສຸມ ປີ2026-2030 ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ. ຈຸດປະສົງ ເພື່ອສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ, ຊອກຫາວິທີແກ້ໄຂບັນດາຈຸດອ່ອນ-ຂໍຄົງຄ້າງໃນແຕ່ລະຂົງເຂດ ພ້ອມວິທີແກ້ໄຂໃນຕໍ່ຫນ້າ. ຫລັງຈາກນັ້ນ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດລາຍງານ ຕາມການເຈາະຈີ້ມຂອງທ່ານປະທານກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນມີຄວາມຂໍ້ມູນຄົບຖ້ວນ ສົມບູນ.
ໂອກາດນີ້ ທ່ານນາງ ຈັນທະຄອນ ສີອຳພອນ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມວ່າ: ມອບໃຫ້ຄະນະນຳຂອງໂຄສະນາອົບຮົມ ປະສານສົມທົບກັນ ສຸມໃສ່ຜັນຂະຫຍາຍວຽກງານຈຸດສຸມມາເປັນແຜນງານຂອງແຕ່ລະຫນ້າວຽກ, ກວດກາຄືນບັນດາຈຸດອ່ອນ ຂໍ້ຄົງຄ້າງວ່າຖືກຂະແຫນງການໃດ ພ້ອມຊອກຫາວິທີແກ້ໄຂໃຫ້ສອດຄ່ອງ, ເອົາໃຈໃສ່ປະຕິບັດການຫຼັກການລວມສູນປະຊາທິປະໄຕ, ປັບປຸງພາລະບົດບາດຂອງບັນດາຫນ້າວຽກທີ່ມີຄວາມຄ້າຍຄືກັນຄືນໃຫມ່ເພື່ອໃຫ້ມີຄວາມຖືກຕ້ອງເໝາະສົມ, ພ້ອມນີ້ທ່ານໄດ້ຮຽກຮ້ອງໃຫ້ມີຄວາມສາມັກຄີປອງດອງ ແລກປ່ຽນບົດຮຽນ ແລະຮັກແພງເຊິ່ງກັນແລະກັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa