ຄະນະໂຄສະນາອົບຮົມແຂວງວຽງຈັນ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ (ເວັບໄຊສ. ຄອຮ) ທົ່ວປະເທດ ປະຈຳໄຕມາດ II/2025

 

ວັນທີ 3 ກໍລະກົດ 2025, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ນໍາພາໂດຍ ທ່ານ ຂັນໄຊ ຫລວງຜ່ານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ພ້ອມດ້ວຍພະນັກງານ 9 ທ່ານ, ຍິງ 5 ທ່ານ ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ປະຈຳໄຕມາດ II (4 -5-6) ປີ 2025 ທີ່ຄະນະໂຄສະນາອົບຮົມສູນກາງພັກຈັດຂຶ້ນ (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ກອງປະຊຸມດໍາເນີນໄປດ້ວຍຈິດໃຈອັນເບິກບານມ່ວນຊື່ນຕໍ່ຜົນສໍາເລັດ​ທີ່​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ​ຍາດ​ໄດ້​ໃນ​ໄລ​ຍະ​ໄຕ​ມາດ II ຜ່ານ​ມາ. ໂດຍ​ສະ​ເພາະ​ແມ່ນ​ໄດ້​ມີການແລກປ່ຽນຄໍາຄິດເຫັນກ່ຽວກັບການປັບປຸງກົງຈັກ​ການ​ຈັດ​ຕັ້ງ ຂອງຄະນະໂຄສະນາອົບຮົມສູນ​ກາງ​ພັກ ແລະ ຄະ​ນະ​ໂສະ​ນາ​ອົບ​ຮົມ​ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ການໂຮມເອົາວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມາຂຶ້ນກັບຄະນະໂຄສະນາອົບ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ກອງ​ປະ​ຊຸມ​ຍັງ​ໄດ້​ພ້ອມ​ກັນ​ສັງ​ເກດ​ຕີ​ລາ​ຄາ​ບັນ​ດາ​ຈຸດ​ອ່ອນ​ຂໍ້​ຄົງ​ຄ້າງ​ ແລະ ມາດ​ຕະ​ການ​ແກ້​ໄຂຕໍ່​ກັບ​​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ເຕັກໂນໂລຊີ- ຂໍ້ມູນຂ່າວສານ (ເວັບໄຊສ) ປະຈຳໄຕມາດ II ຜ່ານ​ມາ. ພ້ອ​ມ​ທັງ​ວາງ​​ທິດ​ທາງແຜນ​ການ​ເຄື່ອນ​ໄຫວ​ໃນ​ຕໍ່​ໜ້າ​ເພື່ອ​ຮັບ​ປະ​ກັນ​ໃຫ້ມີ​ການປະຕິບັດວຽກງານຢ່າງຕໍ່ເນື່ອງໂດຍສະເພາະການໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຕ່າງໆ ເປັນຕົ້ນແມ່ນການນຳໃຊ້ເພສເຟສບຸກເພື່ອຊ່ວຍກະຈາຍຂ່າວຈາກເວັບໄຊສຂອງຕົນ ຫຼື ການນຳໃຊ້ເພສຂອງຄະນະໂຄສະນາອົບຮົມແຂວງແຊບັນດາຂ່າວສານການເຄື່ອນໄຫວຂອງຄະນະນຳແຂວງ, ຄະນະນໍາ ຄອຮ.ຂ.

ຕອນທ້າຍ ທ່ານ ວັນ​ຕຸ​ລາ ຣັກ​ນຸດ ຍັງໄດ້ໃຫ້ທິດເພີ່ມເຕີມອີກວ່າ :

  1. ການເພີ່ມຂໍ້ມູນລົງໃນລະບົບການລົງທະບຽນຂໍ້ມູນອັດຕະໂນມັດແຕ່ລະແຂວງແມ່ນສໍາເລັດແລ້ວຫຼືບໍ?
  2. ໃນການເຄື່ອນໄຫວວຽກງານເວັບໄຊຂອງບັນດາທ່ານຂອດໃດທີ່ຍັງເຫັນໄດ້ວ່າຍັງເຮັດບໍ່ໄດ້ ຫຼື ຊັກຊ້າ ແມ່ນຄ້າງຢູ່ຈຸດໃດ ຂໍໃຫ້ຮີບຮ້ອນແກ້ໄຂໄປເທື່ອລະກ້າວ.
  3. ຄະນະຮັບຜິດຊອບແອັດມິນຕ້ອງສັງເກດຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃນແຕ່ລະໄລຍະ ເພື່ອລາຍງານຕໍ່ຜູ້ຊີ້ນໍາ ແລະ ວາງທິດທາງແຜນການແກ້ໄຂໃນຕໍ່ໜ້າໄດ້ຢ່າງທັນການ.
  4. ສືບຕໍ່ຕິດຕາມ,ກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນຈຸດໃດທີ່ຍັງຄ້າງແມ່ນປະສານຫາສູນກາງຊ່ວຍແນະນໍາເພື່ອໃຫ້ໜ້າເວັບໄຊສໃຫ້ມີຄວາມອຸດົມສົມບູນຍິ່ງຂື້ນ.
  5. ທາງດ້ານຄວາມຮັບຜິດຊອບໃນຂອດການປະສານຂອງແອັດມິນແຕ່ລະແຂວງໃນການສົ່ງບົດສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສກໍຄືຜົນງານປະຈໍາເດືອນຂອງແຕ່ລະແຂວງ ເຫັນໄດ້ວ່າມີການຫຼຸດໜ້ອຍລົງບາງແຂວງກໍຍັງຖືເບົາບໍ່ມີການສົ່ງບົດສະຫຼຸບລາຍງານໃຫ້ທາງສູນກາງ ເຊິ່ງມັນກໍສົ່ງຜົນໃຫ້ທາງຄະນະຮັບຜິດຊອບຂອງສູນກາງໃນການຕິດຕາມ, ກວດກາການເຄື່ອນໄຫວທາງດ້ານຕ່າງໆ ບໍ່ເຕັມເມັດເຕັມໜ່ວຍ.
  6. ໃນການກໍ່ສ້າງພະນັກງານ ໄດ້ຈັດວາງ ແລະ ເລືອກເຟັ້ນກັນລະອຽດແລ້ວບໍ ນັ້ນກໍ່ເພື່ອຮັບປະກັນລັກສະນະຍືນຍົງຖ້າຫາກປ່ຽນຜູ້ຮັບຜິດຊອບເລື້ອຍໆມັນຈະເຮັດໃຫ້ວຽກຢຸດຊະງັດ ສະນັ້ນ ຂໍເນັ້ນໜັກໃຫ້ຄະນະນຳໂຄສະນາອົບຮົມແຂວງຊ່ວຍບຳລຸງກໍ່ສ້າງຢ່າງເລິກເຊິ່ງ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະສະຫາຍ,
  7. ຄະນະຮັບຜິດຊອບແອັດມິນຂອງແຕ່ລະແຂວງກໍຂໍໃຫ້ສືບຕໍ່ແລກປ່ຽນຖ່າຍທອດຄວາມຮູ້ໃຫ້ກັນ ແລະ ກັນ ເພື່ອສາມາດເຮັດວຽກປ່ຽນແທນກັນໄດ້ ບໍ່ສະເພາະແຕ່ວ່າແລກປ່ຽນນໍາສູນກາງ ຈະແລກປ່ຽນ ກັບ ບັນດາແຂວງອື່ນໆກໍຍິ່ງເປັນການດີ ເພື່ອແລກປ່ຽນບົດຮຽນ ປະສົບການໃໝ່ໆຮ່ວມກັນເຖິງຈະມີຄວາມຫຍຸ້ງຍາກພວກເຮົາກໍ່ຕ້ອງໄດ້ພ້ອມກັນຊູ້ຊົນເຮັດສໍາເລັດຕາມຄາດໝາຍທີ່ວາງໄວ້.

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa