ໃນວັນທີ 12 ມິຖຸນາ 2025 ທີມງານຄະນະໂຄສະນາອົບຮົມແຂວງວຽງຈັນ ນຳທີມໂດຍ ທ່ານ ນ. ມະນີຈັນ ທຳມະໂຄດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ, ສົມທົບກັບຄະນະໂຄສະນາອົບຮົມ ເມືອງທຸລະຄົມ ລົງເກັບຂໍ້ມູນຄອບຄົວ ທ່ານ ປັນຈາ ລາດສະວົງ ຊຶ່ງທ່ານແມ່ນໜຶ່ງໃນຄອບຄົວຕົວແບບ ການປູກຖົ່ວລຽນ ບ້ານນາເຜີຍ ເມືອງທຸລະຄົມ ແຂວງວຽງຈັນ ທ່ານໄດ້ໃຫ້ຮູ້ວ່າ: ສວນແຫ່ງນີ້ມີເນື້ອທີ່ທັງໝົດ 25 ເຮັກຕ່າ, ໃນນັ້ນປູກຖົ່ວລຽນ 20 ເຮັກຕ່າ ແລະ 5 ເຮັກຕ່າ ແມ່ນປູກຢາງພາລາ, ແຕ່ກ່ອນທ່ານເຄີຍເຮັດວຽກນຳອົງການຈັດຕັ້ງສາກົນ ແລະ ທ່ານກໍ່ໄດ້ໝູນໃຊ້ເວລາຫວ່າງມາເຮັດສວນ; ເບື້ອງຕົ້ນປີ 2007 ແມ່ນປູກຕົ້ນໄມ້ກິນໝາກຫຼາຍຊະນິດພໍໄດ້ເກັບກິນຕາມລະດູການ ໃນນັ້ນ ໄດ້ປູກຕົ້ນຖົ່ວລຽນ 3 ຕົ້ນ, ໄລຍະ 7 ປີ ຕໍ່ມາ ຕົ້ນໄມ້ກໍ່ໄດ້ໃຫ້ຜົນຜະລິດ ພິເສດກໍ່ແມ່ນຕົ້ນຖົ່ວລຽນ ໄດ້ໃຫ້ຜົນຜະລິດເປັນທີ່ໜ້າພໍໃຈ ເມື່ອເອົາມາກິນກໍ່ເຫັນວ່າແຊບຄືກັບຂອງປະເທດເພື່ອນບ້ານ ທີ່ນຳເຂົ້າມາ, ຕົກມາປີ 2017 ທ່ານຈຶ່ງຕັດສິນໃຈອອກຈາກວຽກ ແລ້ວຫັນມາເຮັດສວນຖົ່ວລຽນເປັນຫຼັກ; ເລີ່ມຕົ້ນແມ່ນປູກ 118 ຕົ້ນ ແລ້ວຄ່ອຍຂະຫຍາຍໄປເລື້ອຍໆຈົນມາເຖິງປັດຈຸບັນ ມີຕົ້ນຖົ່ວລຽນທັງນ້ອຍ ແລະ ໃຫຍ່ 250 ຕົ້ນ. ໂດຍການໃຊ້ທຶນຂອງຕົນເອງແຕ່ໜ້ອຍຫາຫຼາຍ ສ່ວນຫຼາຍແມ່ນປູກພັນໝອນທອງ ແລະ ຈະມີພັນມູຊັນຄິງຈຳນວນໜຶ່ງ, ການບຳລຸງຮັກສາແມ່ນໄດ້ເອົາໃຈໃສ່ເປັນພິເສດ ໃນການກໍາຈັດສັດຕູພືດ ແລະ ໂລກພືດ ຕ້ອງໄດ້ໃຫ້ຢາເປັນປະຈຳ ແລະ ໃຫ້ນ້ຳສະໜ່ຳສະເໜີຢ່າງເປັນປົກກະຕິ ມາຮອດປີ 2022 ໄດ້ເລີ່ມເກັບຜົນຜະລິດຂາຍໄດ້ປະມານ 3 ໂຕນ, ປີ 2023 ຂາຍໄດ້ປະມານ 5 ໂຕນ ແລະ ປີ 2024 ຂາຍໄດ້ 8 ໂຕນ ຊ່ອງທາງການຈຳໜ່າຍແມ່ນຈະຂາຍທາງອອນລາຍ ສົ່ງໃຫ້ລູກຄ້າທາງຂົນສົ່ງ ແລະ ຂາຍຢູ່ໜ້າສວນ ໂດຍມີການເຊີນຊວນໃຫ້ລູກຄ້າມາຢ້ຽມຊົມສວນ ເພື່ອຊື້ຜົນຜະລິດໄປກິນ ແລະ ຈໍາໜ່າຍຕໍ່; ລາຍຮັບຈາກການຂາຍໃນປີ 2024 ສາມາດປະເມີນໄດ້ປະມານ 1,480,000,000 ກີບ ໃນລາຄາຂາຍ 185,000 ກີບ/kg, ປັດຈຸບັນ ປີ 2025 ຄາດວ່າຈະໃຫ້ໄດ້ຂາຍ 8 ໂຕນ ໃນລາຄາ 150,000 ກີບ/kg.
ແຮງຈູງໃຈທີ່ເຮັດໃຫ້ທ່ານປັນຈາເລືອກໃນອາຊີບນີ້ ກໍ່ຍ້ອນທ່ານເຫັນວ່າຖົ່ວລຽນເປັນໝາກໄມ້ທີ່ຫຼາຍຄົນມັກກິນ ບວກກັບດິນກໍ່ເໝາະສົມໃນການປູກ ທ່ານໄດ້ຊອກຮູ້ຮ່ຳຮຽນວິທີການປູກ ແລະ ບຳລຸງຮັກສາຈາກອິນເຕີເນັດ ເພື່ອນຳມາໝູນໃຊ້ໃນການປູກຖົ່ວລຽນດັ່ງກ່າວ ເຮັດໃຫ້ທ່ານໄດ້ມີຄວາມຮູ້ ແລະ ປະສົບການໃນການປູກຖົ່ວລຽນ ແລະ ທ່ານຍັງໄດ້ເຊີນຊວນໃຫ້ປະຊາຊົນ ຫຼື ວ່າບຸກຄົນໃດທີ່ມີຄວາມສົນໃຈ ຄິດຢາກປູກຖົ່ວລຽນ ກໍ່ສາມາດມາຖອດຖອນບົດຮຽນນຳທ່ານໄດ້ ແລະ ອີກຢ່າງໜຶ່ງການປູກຖົ່ວລຽນ ກໍ່ສາມາດສ້າງລາຍຮັບໃຫ້ຄອບຄົວຫຼາຍພໍສົມຄວນ.