ຕອນເຊົ້າຂອງວັນທີ 23 ກໍລະກົດ 2025 ເວລາ 8:00 ໂມງ ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງວຽງຈັນ ຄະນະໂຄສະນາອົບຮົມແຂວງວຽງຈັນ ສົມທົບກັບຫ້ອງວ່າການແຂວງ ແລະ ສະຫະພັນແມ່ຍິງແຂວງ ຈັດພິທີສະເຫຼີມສະຫຼອງ ວັນສໍາຄັນທາງປະຫວັດສາດ ຢູ່ແຂວງວຽງຈັນ ໃນການສະເຫຼີມສະຫຼອງຄັ້ງນີ້ ດໍາເນີນເປັນ 2 ວາລະຄື:
ວາລະທີ 1: ຮັບຊົມ-ຮັບຟັງການຖ່າຍທອດສົດການກ່າວຄໍາປາໄສ ຂອງທ່ານ ນ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ຮັບຊົມ-ຮັບຟັງການກ່າວສູນທອນພົດ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ.
ວາລະທີ 2: ຈັດຕັ້ງພິທີປາຖະກະຖາ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 116 ປີ, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 63 ປີ ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາ ໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ. ມີບັນດາທ່ານຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ອະດີດການນຳຂອງແຂວງ, ພະນັກງານຫຼັກແຫຼ່ງ, ເອື້ອຍນ້ອງແມ່ຍິງຂອງບັນດາພະແນກການ, ອົງການ, ກົມກອງອອ້ມຂ້າງແຂວງ ເຂົ້າຮ່ວມທັງໝົດ 162 ທ່ານ, ຍິງ 146 ທ່ານ, ໃນພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສຳຄັນທາງດ້ານປະຫວັດສາດ ປະທານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງເອື້ອຍນ້ອງແມ່ຍິງຜູ້ທີ່ເສຍສະຫຼະເພື່ອຊາດ, ເພື່ອຄອບຄົວ ພ້ອມທັງໄດ້ເນັ້ນເຖິງຜົນງານການເຄື່ອນໄຫວ ຂອງປະທານສຸພານຸວົງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄວາມສາມັກຄີຢ່າງສະໜິດແໜ້ນ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ ໂດຍຕັດແຍກອອກກັນບໍ່ໄດ້.
ໃນຕອນທ້າຍ ທ່ານຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ກໍ່ໄດ້ເນັ້ນໜັກໃຫ້ທຸກຄົນນຳເອົາເນື້ອໃນຈິດໃຈຂອງສະຫາຍເລຂາທິການໃຫຍ່ໄປຜັນຂະຫຍາຍ,ເຜີຍແຜ່ເຊື່ອມຊຶມໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ ແລະ ເຂົ້າໃຈ ເຫັນໄດ້ຜົນງານການເຄື່ອນໄຫວພາລະກິດປະຕິວັດ ໃນການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນບົດຮຽນອັນລ້ຳຄ່າທີ່ພວກເຮົາຈະຕ້ອງພ້ອມກັນສືບຕໍ່ຮ່ຳຮຽນເອົາ ແລະ ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ. ພ້ອມດຽວກັນນັ້ນ ກໍເປັນຂໍ້ມູນອັນໜຶ່ງທີ່ສຳຄັນ ໃຫ້ກັບຄະນະພັກແຕ່ລະຂັ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ.