ພິທີປະກາດໂອນວຽກງານສື່ມວນຊົນ (ຖະແຫຼງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມແຂວງວຽງຈັນ

ວັນ​ທີ 29 ສິງ​ຫາ 2025 ແຂວ​ວຽງ​ຈັນ ໄດ້​ຈັດ​ພິ​ທີ​ປະ​ກາດ​ການ​ຈັດ​ຕັ້ງ ແລະ ໂອນ​ວຽກງານສື່ມວນ​ຊົນ (​ຖະ​ແຫຼງ​ຂ່າວ) ມາ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ຢ່າງ​ເປັນ​ທາງ​ການ ພາຍໃຕ້ການເປັນປະທານ​ຂອ​ງ​ທ່ານ ຄຳ​ພັນ ສິດ​ທິ​ດຳ​ພ​າ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ ເຈົ້າ​ແຂວງວຽງ​ຈັນ ແລະ ການເຂົ້າຮ່ວມຂອງທ່ານ ນາງ ພວງ​ມະ​ລີ ອັກ​ຄະ​ມົນ​ຕີ ຄະ​ນະ​ພັກ, ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ; ມີຄະ​ນະຮັບຜິດຊອບ​ປັບ​ປຸງ​ການ​ຈັດ​ຕັ້ງ​ຂອງ​ແຂວງ, ແຂກຖືກເຊີນທີ່ຈາກບັນດາ​ພະ​ແນກ​ການ, ອົງ​ການອ້ອມ​ຂ້າງ​ແຂວງ ແລະ ພະ​ນັກ​ງານ​ພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

​ທ່ານ ເຄນ ເຮືອງ​ຄຳ​ແສງ ຮອງ​ປະ​ທານກວດ​ກາ​ພັກ​ແຂວງວຽງ​ຈັນ ຕາງໜ້າຄະນະປັບປຸງການຈັດຕັ້ງຂັ້ນແຂວງ ໄດ້​ຂຶ້ນ​ຜ່ານນິຕິກຳກ່ຽວກັບການປັບປຸງການຈັດຕັ້ງ ເປັນຕົ້ນແມ່ນ ​​ຂໍ້​ຕົກ​ລົງ ສະ​ບັບ​ເລກ​ທີ 1194/ຈ​ຂ ວ​ຈ, ລົງ​ວັນ​ທີ 19 ສິງ​ຫາ 2025 ວ່າ​ດ້ວຍ ການ​ໂອນ​ວຽກຖະ​ແຫຼງ​ຂ່າວ-ສື່ມວນ​ຊົນ ແລະ ບຸກ​ຄະ​ລາ​ກອນ​ຈຳ​ນວນ 21 ຄົນ, ຍີງ 6 ຄົນ ມາ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ, ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 1231/ຈ​ຂ ວ​ຈ, ລົງ​ວັນ​ທີ 26 ສິງ​ຫາ 2025 ວ່າ​ດ້ວຍ​ ການ​ແຕ່ງ​ຕັ້ງ​ ທ່ານ ສຳ​ພັນ ມະ​ນີ​ຈັນ ເປັນຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງວຽງ​ຈັນ, ມະ​ຕິ​ຕົກ​ລົງ​ແຕ່ງ​ຕັ້ງ ທ່ານ ຂັນ​ໄຊ ຫຼວງ​ຜ່ານ ແລະ ທ່ານ​ ສຳ​ພັນ ມະ​ນີ​ຈັນ  ເປັນ​ຄະ​ນະ​ໜ່ວຍ​ພັກຄະນະໂຄສະນາອົບຮົມແຂວງ, ຂໍ້ຕົກລົງ ສະບັບເລກທີ 1193/ຈຂວຈ, ລົງວັນທີ 19 ສິງຫາ 2025 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງສື່ມວນຊົນ: ເຫັນດີແຕ່ງຕັ້ງ ທ່ານ ພູຂອງ ສີຫຼວງລາດ ເປັນຫົວໜ້າຂະແໜງສື່ມວນຊົນ; ແຕ່ງຕັ້ງ ທ່ານ ແກ້ວອຸດົມ ໄຊຍະລາດ, ທ່ານ ເສິກ ພົມມະຈັນ, ທ່ານ ສອນໄຊ ວິໄລວົງ, ທ່ານ ນາງ ຄຳສະຫວົງ ບົວລະພັນ ແລະ ທ່ານ ກິ່ງແກ້ວ ຈັນທະບູລີ ເປັນຮອງຫົວໜ້າຂະແໜງສື່ມວນຊົນ.

ພິທີໄດ້​ເຊັນ​ບົດ​ບັນ​ທຶກ ການມອບ-ຮັບເອົາວຽກ​ງານ​ສື່ມວນ​ຊົນ (ຖະແຫຼງຂ່າວ) ລະ​ຫວ່າງ ທ່ານ ສີ​ສະ​ຫວາດ ແສງ​ພະ​ຈັນ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ພະ​ແນກ ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ ແລະ ທ່ານ ສີ​ທົນ​ ແສງ​ພະ​ຈັນ ກຳ​ມະ​ການ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ.

 

ໃນ​ພິທີອັນມີຄວາມໝາຍສຳຄັນຄັ້ງນີ້ ທ່ານ ​ຄຳ​ພັນ ສິດ​ທ​ິດຳ​ພາ ກຳ​ມະ​ການ​ສູນ​ກາງ​ພັກ, ເລ​ຂາ​ພັກ​ແຂວງ, ເຈົ້າ​ແຂວງວຽງ​ຈັນ ໄດ້​ມອບ​ມະ​ຕິ​​ຕົກ​ລົງແຕ່ງ​ຕັ້ງ​ ໃຫ້ຄະນະໜ່ວຍພັກໃໝ່ 2 ທ່ານ ແລະ ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ພິ​ທີຄື: ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ ແມ່ນ​ແນ​ໃສ​ໃຫ້​ສອດ​ຄ່ອງ​ກັບ​​ນະ​ໂຍ​ບາຍ​ຂອງ​ພັກ-ລັດ, ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປະ​ຕິ​ຮູບ​ລະ​ບົບ​ບໍ​ລິ​ຫານ​ລັດ ​ທີ່​ໃຫຍ່​ໂຕ​ໃຫ້​ກະ​ທັດ​ຮັດ ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ​ ໃນ​ການ​ຮັບ​ໃຊ້​ປະ​ຊາ​ຊົນ​ເວົ້າ​ລວມ,  ເວົ້າ​ສະ​ເພາະ ໃນ​ການ​ພັດ​ທະ​ນາ​ລະ​ບົບ​ຂ່າວ​ສານ ແລະ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າ​ວ​ສານ​ໃຫ້​ມີ​ປະ​ສິດ​ທິ​ຜົນ ຈຶ່ງ​ໄດ້ມີ​ການ​ໂອນ​ວຽກ​ງານ​ຖະ​ແຫຼງ​ຂ່າວ-ສື່ມວນ​ຊົນ ໃຫ້​ມາ​ຂຶ້ນ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ​ ຮັບ​ຜິດ​ຊອບ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ຜະ​ລິດ​-ເຜີຍ​ແຜ່​ຂ່າວ​ສານ, ພັ​ດ​ທະ​ນາ​ວຽກ​ງານ​ສື່ມວນ​ຊົນ ແລະ ຍົກ​ສູງ​ພາ​ລະ​ບົດ​ບາດ​ຂອງວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ, ສ້າງ​ຄວາມເຂົ້າ​ໃຈໃຫ້​ປະ​ຊາ​ຊົນ​ຮັບ​ຮູ້​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ​ຢ່າງກວ້າງ​ຂວາງ, ພ້ອມ​ທັງ​ສ້າງວຽກ​​ຖະ​ແຫຼງ​ຂ່າວ-ສື່ມວນ​ຊົນ ​ໃຫ້​ເປັນ​ກະ​ບອກ​ສຽງ​ອັນ​ແຫຼມ​ຄົມ​ຂອງ​ພັກ-ລັດ​ ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa