ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວວຽກ ສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ເມືອງ ກາສີ ແຂວງວຽງຈັນ

ວັນທີ 10 ກໍລະກົດ 2024 ເວລາ 6:00 ໂມງ ຕອນແລງທີ່ຜ່ານມາ ກອງໂຄສະນາເຄື່ອນທີ່ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ລົງເຄື່ອນໄຫວສາຍໂປຼເຈັກເຕີ ແລະ ສ້າງກິດຈະກຳຖາມ-ຕອບ ຢູ່ບ້ານນາຊາຍຂາວ ເມືອງກາສີ ການເຄື່ອນໄຫວວຽກງານໃນຄັ້ງນີ້ ນໍາພາໂດຍ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານຈາກ ຂັ້ນແຂວງ ແລະ ເມືອງ ການລົງຄັ້ງນີ້ແມ່ນນໍາໃຊ້ສາລະຄະດີຈໍານວນ 4 ເລື່ອງຄື: 1. ຜົນງານ 40 ປີ ແຂວງວຽງຈັນ, 2. ເສັ້ນທາງລົດໄຟລາວ-ຈີນ, 3. ການຄ້າມະນຸດ, 4. ຜົນຮ້າຍຂອງຢາເສບຕິດ, ມີຜູ້ເຂົ້າຮ່ວມທັງໝົດ168 ຄົນ, ຍິງ 87 ຄົນ. ພາຍຫຼັງຮັບຊົມສາລະຄະດີກໍ່ຍັງມີກິດຈະກຳຖາມ-ຕອບກ່ຽວກັບເນື້ອໃນ-ສາລະຄະດີຕ່າງໆ. ຜ່ານການລົງເຄື່ອນໄຫວຂອງກອງໂຄສະນາເຄື່ອນທີ່ໃນຄັ້ງນີ້ ເຫັນວ່າ ການນໍາຂັ້ນເມືອງ, ອໍານາດການປົກຄອງບ້ານ ໄດ້ພ້ອມກັນໃຫ້ຄວາມສໍາຄັນ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເອົາໃຈໃສ່ໃນການຕິດຕາມ, ຮ່ວມກິດຈະກຳຖາມ-ຕອບ ຢ່າງຟົດຟື້ນ ແລະ ເ”ນື້ອໃນຂອງສາລະຄະດີທີ່ນໍາມາສາຍ ນັ້ນ ເປັນການເພີ່ມຄວາມຮູ້ໃໝ່ ແລະ ເປັນບົດຮຽນໃນການດໍາລົງຊີວິດຂອງເຈົ້າ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa