ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2019 ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກ-ລັດແຂວງ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ຈັນແປງ ດວງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາ, ຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນຄະນະໂຄສະນາອົບຮົມແຂວງ, ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ແຂກເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ15 ສະຫາຍ ໃນພິທີດັ່ງກ່າວສະຫາຍ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ087/ຄປພ.ວຈ, ລົງວັນທີ 18 ພຶດສະພາ 2019 ກ່ຽວກັບການອານຸມັດເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະ ຕິວັດລາວ ເຊີ່ງໄດ້ອານຸມັດເລື່ອນສະຫາຍ ນ. ຫົງຄຳ ບົວລະພັນ ສະມາຊິກພັກສຳຮອງສັງກັດຢູ່ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຂື້ນເປັນສະມາຊິກພັກສົມບູນ.
( ປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ )
ໃນວັນທີ 09 ກໍລະກົດ 2019 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ ໄດ້ຈັດຕັ້ງພິທີ ປາຖະກະຖາ ວັນຄ້າຍວັນຂອງເກີດ ທ່ານ ປະທານ ສຸພານຸວົງ ຄົບຮອບ 110 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 42 ປີ ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ.ໂດຍເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາ ຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ. ການປາຖະກະຖາໃນຄັ້ງນີ້ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກ, ຮອງພະແນກ, ທະຫານ, ຕຳຫຼວດ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 348 ຄົນ, ຍິງ 87 ຄົນ.
( ຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມທົ່ວແຂວງວຽງຈັນ )
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໄດ້ໄຂຂຶ້ນໃນເວລາ 8:00 ໂມງ ຂອງວັນທີ 17 ມິຖຸນາ 2019 ທີ່ຫ້ອງປະຊຸມເບີ 2 ຫ້ອງການປົກຄອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມທ່ານ ນ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆວຽງຈັນ, ທ່ານ ນ ແສງຕານ ແກ້ວອິນດາປິງ, ຫົວໜ້າ ກົມສັງລວມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຈັນແປງ ດວງພະຈັນ, ກຳມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບ ຮົມແຂວງ ຊຸດຝຶກອົບຮົມຄັ້ງນີ້; ມີຜູ້ເຂົ້າຝຶກອົບຮົມທັງໝົດ 77 ທ່ານ, ຍິງ 23 ທ່ານ,ໃນນີ້; ພະແນກການ, ອົງການ ກົມກອງ 42 ທ່ານຍິງ 8 ທ່ານ, ບັນດາເມືອງ 11 ທ່ານ, ຍິງ 2 ທ່ານ ແລະ ຄະນະໂຄສະນາອົບຮົມແຂວງ 24 ທ່ານ, ຍິງ 13 ທ່ານ. ຊຸດຝຶກອົບຮົມໄດ້ນໍາເອົາເອກະສານທີ່ສຳຄັນ ແລະ ຈໍາເປັນຈໍານວນໜຶ່ງເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມຊຶມ ເຊັ່ນ: ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ ວິທີການເກັບກຳ, ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ
( ພິທີມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ )
ເມືອງ ກາສີ
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມວຽກງານການເມືອງ-ແນວຄິດໃຫ້ພະນັກງານບຳນານຢູ່ 2 ຕົວເມືອງຄື: ເມືອງການສີ ແລະ ເມືອງແມດ ຄັ້ງວັນທີ 5-6 ມີນາ 2019 ໂດຍມີພະນັກງານບຳນານ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 96 ທ່ານ, ຍິງ 11 ທ່ານ ໃນນີ້ເມືອງ ກາສີ ມີ 73 ທ່ານ, ຍິງ 9 ທ່ານ ແລະ ເມືອງແມດ ມີ 23 ທ່ານ, ຍິງ 2 ທ່ານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນແປງ ດວງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກອງປະຊຸມໄດ້ນຳໃຊ້ເອກະສານທີ່ສຳຄັນ 3 ເອກະສານ ມາບັນຍາຍຕໍ່ກອງປະຊຸມຄື:
- ເອກະສານ ຖານະບົດບາດຂອງພະນັກງານບຳນານ
- ເອກະສານ ພັນທະ, ໜ້າທີ່ຂອງພະນັກງານບຳນານ.
- ເອກະສານ ບາງເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 868 |
![]() | ເດືອນນີ້ | 1345 |
![]() | ທັງໝົດ | 211686 |