ໃນວັນທີ 03 ທັນວາ 2019 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ, ຈັດຕັ້ງພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ.
ໃນວັນທີ 23 ຕຸລາ 2019 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ 5 ວັນປະຫວັດສາດສຳຄັນຄື: ວັນຊາດ ສປ ຈີນ ຄົບຮອບ 70 ປີ, ວັນຄູແຫ່ງຊາດ ຄົບຮອບ 25 ປີ, ວັນປະກາດເອກະລາດ ຄົບຮອບ 74 ປີ, ວັນສ້າງຕັ້ງການທູດ ຄົບຮອບ 74 ປີ, ວັນສາກົນ ແລະ ສັບປະດາແຫ່ງ ຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 32 ປີ ແລະ ຄົບຮອບ 16 ປີ. ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ.
ໃນຕອນເຊົ້າຂອງວັນທີ 05 ກັນຍາ 2019, ເວລາ 8:30 ໂມງ, ຄະນະພັກອຳນາດການປົກຄອງແຂວງ ໄດ້ສົມທົບກັບສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງ ວັນຊາດ ສປປ ເກົາ ຫຼີ ຄົບຮອບ 71 ປີ (09/09/1948-09/09/2019).
ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານສູນກາງກຳມະບານລາວ ທັງເປັນປະທານສະມາຄົມມິດຕະພາບ ລາວ- ສປປ ເກົາຫຼີ ແລະ ທ່ານ ລີຢົງຊົນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ພິທີດັ່ງ ກ່າວໄດ້ໃຫ້ກຽດປາຖະກະຖາໂດຍ ທ່ານ ລີຢົງຊົນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ພາລະກິດການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນອາດີດກໍຄືປັດຈຸບັນ, ນອກຈາກນີ້ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບການຮ່ວມມືສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາ ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ເຊິ່ງມີບັນດາຄະນະພົວພັນການຕ່າງປະເທດສູນກາງພັກ, ພະນັກງານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກ, ຮອງພະແນກ, ທະຫານ, ຕຳຫຼວດ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 397 ທ່ານ, ຍິງ 126 ທ່ານ.
ໃນວັນທີ 23 ສິງຫາ 2019 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ, ແນວລາວສ້າງຊາດແຂວງ ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ ແລະ ວັນຢຶດອຳນາດ ຄົບຮອບ 74 ປີ ແລະ ຄົບຮອບ 44 ປີ ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ.
ໃນວັນທີ 27 ສິງຫາ 2019 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ 3 ວັນປະຫວັດສາດສຳຄັນຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ, ວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ, ວັນຢຶດອຳນາດ ຄົບຮອບ 74 ປີ ແລະ ຄົບຮອບ 44 ປີ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ.
ມີ 36 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 863 |
![]() | ເດືອນນີ້ | 1340 |
![]() | ທັງໝົດ | 211681 |