ໃນວັນທີ 22 ທັນວາ 2021 ເວລາ 13:30 ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມຄິດ ອິນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກ 5 ພາກສ່ວນ ແລະ ພ້ອມດ້ວຍສະມາຊິກພັກສົມບູນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄັ້ງວັນທີ 27 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລເຕັກນິກແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນ ແຖວເງິນ ຊາມຸນຕີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີມະຫາຊົນຜູ້ກ້າວໜ້າເຂົ້າ ມາຈາກ 4 ພາກສ່ວນ, ໃນນີ້ມີ ຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ 12 ສະຫາຍ, ຍິງ 05 ສະຫາຍ, ຄະນະພັກຮາກຖານຫ້ອງວ່າການແຂວງວຽງຈັນ 02 ສະຫາຍ, ຍິງ 01 ສະຫາຍ. ຄະນະພັກຮາກຖານພະແນກສາທາລະນະສຸກ 01 ສະຫາຍ, ຍິງ 01 ສະຫາຍ. ໜ່ວຍພັກພະແນກການຕ່າງປະເທດ 02 ສະຫາຍ, ຍິງ 0 ສະຫາຍ. ລວມທັງໝົດ 17 ສະຫາຍ, ຍິງ 07 ສະຫາຍ.
ໃນວັນທີ 7 ກໍລະກົດ 2021 ເວລາ 13:30 ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງເຊື່ອມຊື່ມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ, ຕິດພັນກັບການເຜີນແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂຶ້ນ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງວຽງຈັນ
ໂດຍການເປັນປະທານ ຂອງທ່ານ ສົມຄິດ ອິນທະວົງ, ກໍາມະການພັກແຂວງ, ເລຂາໜ່ວຍພັກຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີສະມາຊິກພັກ, ພະນັກງານ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 14 ສະຫາຍ.
ໃນວັນທີ 24 ມີນາ 2021 ນີ້, ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ຂື້ນຢູ່ທີ່ຫ້ອງປະຊຸມກວດກາພັກ-ລັດແຂວງ,ໂດຍການເຂົ້າຮ່ວມຂອງທ່ານ ແສງທຳ ອາໄພຍະລາດ ຮອງປະທານສະຫະພັນກຳມະບານແຂວງວຽງຈັນ, ທ່ານ ຈັນທະວົງ ບົວລະພັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າກຳມະບານຮາກຖານພະແນກການອ້ອມຂ້າງ, ພ້ອມດ້ວຍສະມາຊິກກຳມະບານພາກສ່ວນດັ່ງກ່າວເຂົ້າຮ່ວມ ທ່ານ ນ. ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ກ່າວວ່າ: ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ແມ່ນອົງການຈັດຕັ້ງຫນຶ່ງ ທີ່ຂຶ້ນກັບສະຫະພັນກໍາມະບານແຂວງ ກໍ່ຄື ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ມີພາລະບົດບາດ, ສິດ ແລະ ຫນ້າທີ່ໃນການເຕົ້າໂຮມຄວາມສາມັກຄີ, ປົກປ້ອງຜົນປະໂຫຍດໃນຖັນແຖວພະນັກງານ, ສະມາຊິກກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ຕະຫຼອດເຖິງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ, ການປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໄດ້ເປັນເຈົ້າ.
ໃນວັນທີ 20 ມັງກອນ 2021 ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດ ພິທີມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງທ່ານ ລຳໄມ ກູດລາວົງ ຄະນະປະຈຳພັກແຂວງ, ຫົວໜ້າຄະ ນະໂຄສະນາອົບຮົມແຂວງ ຜູ້ເກົ່າ ແລະ ທ່ານ ນ. ຈັນທະຄອນ ສີອຳພອນ ກຳມະ ການພັກແຂວງ, ຜູ້ຊີ້ນຳວຽກງານຈັດຕັ້ງແຂວງ.
ໂດຍການເປັນປະທານ ຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆວຽງຈັນ, ມີບັນດາຫົວໜ້າ ຄະນະ ໂຄສະນາອົບຮົມເມືອງ 4 ຕົວເມືອງທົ່ງພຽງ, ພະນັກງານພາຍໃນຄະນະໂຄສະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຈຳນວນ 35 ທ່ານ, ຍິງ 16 ທ່ານ.
ທ່ານ ລຳໄມ ກູດລາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ຜູ້ເກົ່າໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານເພື່ອມອບ-ຮັບໜ້າທີ່ໃຫ້ຜູ້ໃໝ່ວ່າ: ຕະຫຼອດ ໄລຍະ 1 ປີຜ່ານມາຕົນເອງໄດ້ຮັບໜ້າທີ່ເປັນຫົວໜ້າ ຄະນະໂຄສະນາອົບຮົມແຂວງ ໄດ້ເອົາໃຈໃສ່ເຄື່ອນໄຫວຊີ້ນຳ-ນຳພາວຽກງານຢ່າງຮອບດ້ານ ຈົນມາຮອດປັດຈຸບັນ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ, ຄຽງຄູ່ກັນນັ້ນກໍຍັງມີວຽກງານຈຳນວນໜຶ່ງ ທີ່ຍັງ ຄົງຄ້າງບໍ່ທັນໄດ້ຮັບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້ ແລະ ໄດ້ພ້ອມກັນເຊັ່ນບົດບັນທຶກມອບ-ຮັບໜ້າທີລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 868 |
![]() | ເດືອນນີ້ | 1345 |
![]() | ທັງໝົດ | 211686 |