ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ.
ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ.
ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ໃນຕອນເຊົ້າຂອງວັນທີ 12 ຕຸລາ 2022 ເວລາ 8: 00 ໂມງ ຄະນະໂຄສະນາອົບຮົມແຂວງ ສົມທົບກັບ ຫ້ອງວ່າການ ແຂວງວຽງຈັນ ຈັດພິທີປາຖະກະຖາວັນປະຫວັດສາດສຳຄັນຂອງຊາດ ແລະ ເພື່ອນມິດຍຸດທະສາດຂຶ້ນ ຢ່າງເປັນທາງການ ເຊັ່ນ: ວັນຊາດ ສປ ຈີນ ຄົບຮອບ 73 ປີ, ( 01 / 10 / 1949 - 01 / 10 / 2022 ), ວັນປະກາດເອກະລາດ ສປປ ລາວ ຄົບຮອບ 77 ປີ ( 12 / 10 / 1945 - 12 / 10 / 2022 ), ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ ( 12 / 10 / 1945 - 12 / 10 / 2022 ) ແລະ ວັນສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 19 ປີ ( 24 / 10 / 2003 - 24 / 10 / 2022 ).
ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ. ມີບັນດາຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານຫຼັກແຫຼ່ງ ຂອງບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 159 ທ່ານ, ຍິງ 53 ທ່ານ.
ໃນວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ ຄົບຮອບ 45 ປີ ໂດຍການປະສານສົມທົບ ຂອງຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດແຂວງ ແລະ ຫ້ອງວ່າການແຂວງ. ພິທີໃນຄັ້ງນີ້ ເປັນກຽດຂຶ້ນປາຖະກະຖາໂດຍ ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດເລຂາພັກແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຕາງໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 187 ທ່ານ, ຍິງ 45 ທ່ານ.
ໃນວັນທີ 11 ມີນາ 2022 ເວລາ 08:30 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ວຽງຈັນ ໄດ້ຈັດພິທີປະກາດ 4 ບຸກ ຮອບທີ 2 ສະໄໝທີ II ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ນ. ດາວວິໄລ ຄຳປັນຍາ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ສົມຄິດ ອິນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ວຽງຈັນ, ສະຫາຍ ນ. ທິບພະຈັນ ສຸທຳມະວົງ ຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ມີບັນດາເລຂາໜ່ວຍຮາກຖານຊາວໜຸ່ມ ປະຊາຊົນປະຕິວັດລາວ ອ້ອມຂ້າງ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 16 ສະຫາຍ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II, ໃນວັນທີ 27ເມສາ 2022, ຢູ່ທີ່ຫ້ອງປະຊຸມຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງ ເລຂາໜ່ວຍພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ. ມີມະຫາຊົນຜູ້ກ້າວໜ້າມາຈາກ 5 ພາກສ່ວນ, ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ, ເຊິ່ງ ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 13 ຄໍາຖາມ-13 ຄໍາຕອບ ທີ່ຄະນະໂຄສະນາອົບ ຮົມສູນກາງພັກສົ່ງໃຫ້ ເຊິ່ງເປັນເອກະສານຄວາມຮູ້ເບື້ອງຕົ້ນທີ່ເຮັດໃຫ້ມະຫາຊົນຜູ້ກ້າວໜ້າໄດ້ຮັບຮູ້ ເຂົ້າໃຈ ກ່ຽວກັບຄວາມເປັນມາ, ອຸດົມການ, ທາດແທ້ ແລະ ຫຼັກການຂອງພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ໄດ້ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 72 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 867 |
![]() | ເດືອນນີ້ | 1344 |
![]() | ທັງໝົດ | 211685 |