ກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ໄຂຂຶ້ນໃນຕອນເຊົ້າເວລາ 8 ໂມງ 30 ນາທີ ຂອງວັນທີ 28 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ສົມຄິດອິນທະວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ, ກອງປະຊຸມມີສະມາຊິກພັກເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 13 ສະຫາຍ, ໃນນີ້; ມີສະມາຊິກພັກສົມບູນ 20 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ.
ໃນໄລຍະຕົ້ນເດືອນ ພະຈິກ 2022 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ລົງທົບສົມທົບເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ 2 ເມືອງ ຄື: ເມືອງຊະນະຄາມ ແລະ ເມືອງເຟືອງ. ໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ນຳພາຄະນະຮັບຜິດຊອບຂັ້ນແຂວງ ລົງສົມທົບ ຈຳນວນ 3 ທ່ານ, ຍິງ 1 ທ່ານ.
ໃນຕອນເຊົ້າຂອງວັນທີ 22 ພະຈິກ 2022 , ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ IV, ຢູ່ຫ້ອງປະຊຸມແນວລາວສ້າງຊາດແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີມະຫາຊົນຜູ້ກ້າວໜ້າຈາກ 11 ພາກສ່ວນ, ໃນນີ້ ມາຈາກຄະນະພັກຮາກຖານ 3 ພາກສ່ວນ, ໜ່ວຍພັກ 8 ພາກສ່ວນ, ລວມຜູ້ເຂົ້າຮຽນທັງໝົດ 24 ສະຫາຍ, ຍິງ 11 ສະຫາຍ ຄືດັ່ງນີ້:
ໃນຕອນເຊົ້າວັນທີ 25 ຕຸລາ 2022 ຄະນະໂຄສະນາອົບຮົມ ແຂວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ຄະນະຮັບຜິດຊອບທົ່ວເມືອງວຽງຄຳ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງວຽງຄຳ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ແກ້ວໃຈ ພົມມີ ກຳມະການພັກເມືອງ, ຮອງເຈົ້າເມືອງວຽງຄຳ ແລະ ການເຂົ້າຮ່ວມຂອງ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີແຂກຖືກເຊີນຈາກບັນດາຫ້ອງການອ້ອມຂ້າງເມືອງ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 24 ທ່ານ, ໃນນີ້ ເປັນນັກສຳມະນາກອນ 36 ທ່ານ, ຍິງ 15 ທ່ານ. ຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ນຳເອົາເອກະສານທີ່ສຳຄັນ ແລະ ຈຳເປັນ ຈຳນວນໜຶ່ງເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມຊຶມ ເຊັ່ນ: ບັນຫາພື້ນຖານ ກ່ຽວກັບຫາງສຽງສັງຄົມ, ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ.
ໃນຕອນເຊົ້າຂອງ ວັນທີ 21 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາຕ່າງໆ ຂອງຂັ້ນເທິງ ຕິດພັນກັບການຮ່ວມຊີວິດພັກການເມືອງ ຂອງໜ່ວຍພັກ ປະຈໍາເດືອນ 10 / 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ຊຶ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ສົມຄິດ ອິນທະວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີສະມາຊິກພັກເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 11 ສະຫາຍ, ສໍາຮອງ 1 ສະຫາຍ.
+ ກອງປະຊຸມໄດ້ດໍາເນີນຕາມວາລະ ດັ່ງນີ້:
1. ຮັບຟັງການສະຫຼຸບຕີລາຄາ ປະຈໍາເດືອນ 10 / 2022 ແລະ ທິດທາງແຜນການ ເດືອນ 11 / 2022 ຂອງໜ່ວຍພັກ ສະເໜີໂດຍສະຫາຍ ຈັນທະວົງ ບົວລະພັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 66 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 861 |
![]() | ເດືອນນີ້ | 1338 |
![]() | ທັງໝົດ | 211679 |