• ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,
  • ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວ
  • ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນກ
ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
 

ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022

ໃນຕອນເຊົ້າຂອງວັນທີ 8 ທັນວາ 2022, ເວລາ 08:30 ໂມງ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ ເພື່ອປະຕິບັດຕາມບົດແນະນໍາຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 284/ສກລ, ລົງວັນທີ 17 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 31/ໜພ.ຄອຂຈ, ລົງວັນທີ 5 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ດາວວອນ ດວງມາລາ ຮອງປະທານກໍາມະບານຮາກຖານ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ຜ່ານສື່ ເຄື່ອນທີ່, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນຄໍ້າ ສີສຸທໍາ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ແລະ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະມາຊິກກໍາມະບານຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນອ້ອມຂ້າງເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 16 ທ່ານ, ກໍາມະບານ...
ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ໃນວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ ຄົບຮອບ 45 ປີ ໂດຍການປະສານສົມທົບ ຂອງຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດແຂວງ ແລະ ຫ້ອງວ່າການແຂວງ. ພິທີໃນຄັ້ງນີ້ ເປັນກຽດຂຶ້ນປາຖະກະຖາໂດຍ ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດເລຂາພັກແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຕາງໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 187 ທ່ານ, ຍິງ 45 ທ່ານ.
Previous
Next

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ


ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.



ໃນພິທີ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຊຶ່ງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ແມ່ນໜ່ວຍພັກຮາກຖານໜຶ່ງ ທີ່ຂຶ້ນກັບກົງຈັດການຈັດຕັ້ງ, ການນຳພາ - ຊີ້ນຳ ຂອງຄະນະບໍລິຫານພັກແຂວງວຽງຈັນ, ມີພາລະບົດບາດເປັນເສນາທິການທາງດ້ານການເມືອງ - ແນວຄິດ ໃຫ້ແກ່ຄະນະປະຈຳພັກແຂວງ ປະກອບມີ ຄະນະພັກ 3 ສະຫາຍ, ຍິງ 1 ສະຫາຍ, ມີຄະນະກວດກາໜ່ວຍພັກ 3 ສະຫາຍ, ຍິງ 0 ສະຫາຍ, ມີສະມາຊິກພັກທັງໝົດ 22 ສະຫາຍ, ຍິງ14 ສະຫາຍ. ໃນໄລຍະ 1 ປີ ຜ່ານມາ ສາມາດຍາດໄດ້ຜົນງານພົ້ນເດັ່ນ ດັ່ງນີ້:
ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິ XI ຂອງພັກ, ມະຕິ VI ຂອງຄະນະພັກແຂວງ, ເອກະສານ 2 ວາລະແຫ່ງຊາດ, ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາປະຊາຊົນແຂວງ ຊຸດທີ II, ພ້ອມທັງຊຸກຍູ້ຕິດຕາມການເຜີຍແຜ່ເຊື່ອມຊຶມຢູ່ພະແນກການ, ອົງການ, ກົມກອງ ແລະ ເມືອງ ໃນທົ່ວແຂວງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 22.143 ເທື່ອຄົນ, ຍິງ 8.856 ເທື່ອຄົນ. ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອສະເໜີເຂົ້າເປັນສະມາຊິກພັກ ຕາມການສະເໜີຂອງພາກສ່ວນຕ່າງໆ ໄດ້ 4 ຊຸດ ມີຜູ້ເຂົ້າຮ່ວມທັງໝົດ 66 ສະຫາຍ, ຍິງ 31 ສະຫາຍ. ຝຶກອົບຮົມທິດສະດີແນວທາງໃຫ້ຄູສອນວິຊາວິທະຍາສາດສັງຄົມ ທົ່ວເມືອງທຸລະຄົມ ປະຈຳປີ 2022 ມີນັກສຳມະນາກອນເຂົ້າຮ່ວມ 39 ສະຫາຍ, ຍິງ 26 ສະຫາຍ. ອອກແຈ້ງການ, ຄຳແນະນຳ ຂອງຄະນະປະຈຳພັກແຂວງ ເພື່ອເປັນບ່ອນອີງໃຫ້ພະແນກການ ແລະ ເມືອງ ໃນການຈັດຕັ້ງໂຄສະນາປາຖະກະຖາວັນສຳຄັນຕ່າງຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳ ແລະ ອົງການຈັດຕັ້ງສາກົນ ພ້ອມທັງຕິດຕາມການລາຍງານຜົນການປາຖະກະຖາວັນສຳຄັນຕ່າງໆ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 23.452 ເທື່ອຄົນ, ຍິງ 8.126 ເທື່ອຄົນ. ຂຽນ, ຮຽບຮຽນ, ຄັດຈ້ອນ ເນື້ອໃນວາລະສານ, ນິຕິກຳຂອງຂັ້ນເທິງ ເປັນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ ອອກລາຍການວິທະຍຸ ຂອງຄະນະໂຄສະນາອົບຮົມແຂວງ ຈຳນວນ 48 ບົດ, ເຜີຍແຜ່ລົງເວບໄຊ໌ 35 ບົດ, ແຈກຢາຍວາລະສານອະລຸນໃໝ່, ວາລະສານໂຄສະນາ ໃຫ້ບັນດາພະແນກການ ແລະ ເມືອງ ຈຳນວນ 1.056 ຫົວ. ຝຶກອົບຮົມວຽກງງານສື່ມວນຊົນ (ດ້ານການຂຽນບົດຄວາມ, ຂ່າວ, ການຕັດຕໍ່ສຽງ, ພາບ) ເພື່ອຍົກສູງຄວາມຮູ້ຄວາມສາມາດ ໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ຈຳນວນ 11 ສະຫາຍ, ຍິງ 7 ສະຫາຍ. ລົງໂຄສະນາເຄື່ອນທີ່ ເປັນຕົ້ນແມ່ນ ໄດ້ນຳເອົາຜົນງານ 40 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວແຂວງວຽງຈັນ, ຄວາມສຳຄັນຂອງເສັ້ນທາງລົດໄຟລາວ - ຈີນ, ບັນຫາໄພສັງຄົມການຄ້າມະນຸດ, ຢາເສບຕິດ ເພື່ອສຶກສາອົບຮົມໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈ ພ້ອມທັງສາຍສາລະຄະດີ, ສ້າງກິດຈະກຳຖາມ ຕອບ ຄວາມຮູ້ຕ່າງໆ ຢູ່ເມືອງແມດ ໄດ້ 2 ຈຸດ, ມີຜູ້ເຂົ້າຮ່ວມ 278 ຄົນ, ຍິງ 164 ຄົນ. ເອົາໃຈໃສ່ຕິດຕາມ, ເກັບກຳສະພາບແນວຄິດ - ຫາງສຽງສັງຄົມ ທັງດ້ານພົ້ນເດັ່ນ, ດ້ານຫຍໍ້ທໍ້, ຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ເພື່ອລາຍງານໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ. ຝຶກອົບຮົມວຽກສັງລວມ - ຫາງສຽງສັງຄົມ ຢູ່ເມືອງວັງວຽງ, ເມືອງກາສີ, ເມືອງແມດ, ເມືອງວຽງຄຳ, ເມືອງຊະນະຄາມ ແລະ ເມືອງເຟືອງ ມີຜູ້ເຂົ້າຮ່ວມທັງໝົດ 214 ຄົນ, ຍິງ 38 ຄົນ. ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ຕາມ 5 ຫຼັກການ, 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງ, ຂະຫຍາຍສະມາຊິກພັກ ໃຫ້ຖືກຕ້ອງຕາມມາດຖານເງື່ອນໄຂ ແລະ ບາດກ້າວຂັ້ນຕອນທີ່ກຳນົດໄວ້ໃນກົດລະບຽບພັກ ຢ່າງເຂັ້ມງວດ.
ໃນພິທີທີ່ມີຄວາມໝາຍສຳຄັນ ຄັ້ງນີ້ ຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານນິຕິກຳຂອງຂັ້ນເທິງ ວ່າດ້ວຍ ການຮັບຮອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງວຽງຈັນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃຫ້ກຽດຂຶ້ນມອບໃບຢັ້ງຢືນ ໂດຍ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ຂຶ້ນຮັບໂດຍ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມ, ໃຫ້ທິດຊີ້ນຳ ຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຊຶ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍພັກ ຄະນະໂຄສະນາອັບຮົມແຂວງ ຍາດມາໄດ້ ແລະ ເນັ້ນໜັກໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ທຸກສະຫາຍ ເອົາໃຈໃສ່ກຳແໜ້ນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ, ເພີ່ມທະວີຄວາມສາມັກຄີພາຍໃນ, ຕຳນິກໍ່ສ້າງ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເປັນການສຶກສາອົບຮົມສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຈຳແນກມິດ - ສັດຕູຈະແຈ້ງ, ຫຼີກລ້ຽງແນວຄິດເສື່ອມຖອຍ, ເສຍທາດຂາດຄຸນ, ຈົ່ງຈຽມບໍ່ກ້າສະແດງອອກ, ສືບຕໍ່ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ປະຕິບັດໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະ, ວິຊາການ ຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້. ພ້ອມທັງສູ້ຊົນຮັກສາມູນເຊື້ອ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໝັ້ນຄົງໄວ້ໃນປີຕໍ່ໆ ໄປ, ພິທີໄດ້ສິ້ນສຸດລົງ ເວລາ 11:00 ໂມງ ຂອງວັນດຽວກັນ ດ້ວຍຜົນສຳເລັດຢ່າງຈົບງາມ.

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 104  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

211674
ມື້ນີ້ມື້ນີ້61
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້856
ເດືອນນີ້ເດືອນນີ້1333
ທັງໝົດທັງໝົດ211674

ວີດີໂອ....