ພິທີໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 4 ກັນຍາ 2023 ຢູ່ທີ່ສະໂມສອນ ຫ້ອງວ່າການເມືອງວຽງຄຳ, ພາຍໃຕ້ການເປັນປະທານ ແລະ ໃຫ້ການໂອ້ລົມ ຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງ ແລະ ຕາງໜ້າບັນດາພະແນກການ ອ້ອມຂ້າງແຂວງ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ 85 ທ່ານ, ຍິງ 21 ທ່ານ.
+ ຈູດປະສົງພິທີ: ເພື່ອເປັນການກະກຽມຄວາມພ້ອມເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນລະບົບ 3 ເດືອນ ຊຸດທີ II ໃຫ້ແກ່ພະນັກງານຫຼັກແຫຼ່ງຂັ້ນແຂວງ-ເມືອງ, ຊຶ່ງປະກອບມີນັກຮຽນ 46 ທ່ານ, ຍິງ 12 ທ່ານ, ໃນນີ້ ເປັນບຸກຄະລາກອນ ຄະນະໂຄສະນາອົບຮົມແຂວງ 1 ທ່ານ ຄື: ທ່ານ ນາງ ກົງທອງ ແກ້ວວົງເດືອນ ຮັກສາການຫົວໜ້າ ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ.
+ ຫຼັກສູດການຮຽນ ປະກອບມີ 37 ວິຊາ, 450 ຊົ່ວໂມງ ໂດຍລວບລວມເອົາກົດໝາຍທີ່ສອດຄອງກັບສະພາບຈຸດພິເສດຂອງທ້ອງຖິ່ນ ແລະ ກົດໝາຍທີ່ເປັນພື້ນຖານ ໃນການເຮັດໜ້າທີ່ນຳພາ-ຊີ້ນຳ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ, ສອດຄ່ອງ, ກົມກຽວ ແລະ ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ, ເລັ່ງໃສ່ສ້າງ ລັດແຫ່ງກົດໝາຍ ເທື່ອລະກ້າວ.
+ ຂໍ້ມູນ, ຮູບພາບຕົ້ນສະບັບ: ນ. ຫັດສະດີ ; ພະແນກຍຸຕິທຳແຂວງວຽງຈັນ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 859 |
![]() | ເດືອນນີ້ | 1336 |
![]() | ທັງໝົດ | 211677 |