• ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,
  • ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນກ
  • ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວ
ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ໃນວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ ຄົບຮອບ 45 ປີ ໂດຍການປະສານສົມທົບ ຂອງຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດແຂວງ ແລະ ຫ້ອງວ່າການແຂວງ. ພິທີໃນຄັ້ງນີ້ ເປັນກຽດຂຶ້ນປາຖະກະຖາໂດຍ ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດເລຂາພັກແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຕາງໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 187 ທ່ານ, ຍິງ 45 ທ່ານ.
 

ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022

ໃນຕອນເຊົ້າຂອງວັນທີ 8 ທັນວາ 2022, ເວລາ 08:30 ໂມງ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ ເພື່ອປະຕິບັດຕາມບົດແນະນໍາຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 284/ສກລ, ລົງວັນທີ 17 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 31/ໜພ.ຄອຂຈ, ລົງວັນທີ 5 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ດາວວອນ ດວງມາລາ ຮອງປະທານກໍາມະບານຮາກຖານ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ຜ່ານສື່ ເຄື່ອນທີ່, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນຄໍ້າ ສີສຸທໍາ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ແລະ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະມາຊິກກໍາມະບານຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນອ້ອມຂ້າງເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 16 ທ່ານ, ກໍາມະບານ...
Previous
Next

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 10 ສະໄໝທີ VI ( 22 – 23 ສິງຫາ 2023 )

 

 

ໃນວັນທີ 22  ສິງຫາ 2023, ເວລາ 8:00 ໂມງ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງວຽງຈັນ ຄັ້ງທີ 10 ສະໄໝທີ VI ຂຶ້ນທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ; ມີບັນດາສະຫາຍ ຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ເຂົ້າຮ່ວມ 33 ສະຫາຍ, ຍິງ 3 ສະຫາຍ.

ກອງປະຊຸມໄດ້ນຳພາຄົ້ນຄວ້າເຊື່ອມຊຶມມະຕິ 6 ສະໄໝທີ XI ຂອງພັກ, ຄຳສັ່ງເລກທີ 411 / ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຢາເສບຕິດ ຢູ່ແຂວງວຽງຈັນ, ຈາກນັ້ນ ບັນດາສະຫາຍ ຄະນະບໍລິຫານງານພັກແຂວງ ກໍໄດ້ປະກອບຄຳເຫັນ ຕໍ່ການນຳພາ-ຊີ້ນຳວຽກງານທີ່ສຳຄັນຂອງແຂວງ, ຂະແໜງການ ແລະ ເມືອງ ທີ່ຕົນຮັບຜິດຊອບ ເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ວິທີການແກ້ໄຂ ແລະ ວາງຄາດໝາຍສູ້ຊົນວຽກງານຈຸດສຸມໃນຕໍ່ໜ້າ.

ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ມີຄຳເຫັນສັງລວມ, ໂອ້ລົມຕໍ່ກອງປະຊຸມ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະບໍລິຫານງານພັກແຂວງ, ອົງການປົກຄອງ ແຕ່ລະຂັ້ນ, ທີ່ເຫັນຄວາມສຳຄັນ ທັງຍົກສູງສະຕິຄວາມຮັບຜິດຊອບໃນການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ VI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຂອງແຂວງ ແລະ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະພັກ ແຕ່ລະຄັ້ງຜ່ານມາ, ອັນໃດສ້າງຄວາມຮັບຮູ້ຢ່າງເລິກເຊິ່ງ ແລະ ເປັນເອກະພາບສູງຕໍ່ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ສິ່ງຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ແຂວງເຮົາໃນປັດຈຸບັນ. ໄດ້ມີຄວາມພະຍາຍາມ ເອົາໃຈໃສ່ແກ້ໄຂບັນຫາຕົວຈິງ ຕະຫຼອດໄລຍະ 6 ເດືອນຜ່ານມາ ເຖິງວ່າມີຄວາມຫຍຸ້ງຍາກຫຼາຍດ້ານ ແຕ່ກໍໄດ້ມີຄວາມພະຍາຍາມຄົ້ນຄວ້າ, ປຶກສາຫາລື, ແຕ່ງຕັ້ງຫຼາຍຄະນະສະເພາະກິດ, ອອກນິຕິກຳ, ຄຳສັ່ງ, ຄຳແນະນຳ ຫຼາຍສະບັບ ແລະ ໄດ້ກຳນົດແຜນການເຄື່ອນໄຫວ ພ້ອມທັງວາງບັນດາມາດຕະການຕົວຈິງ ເພື່ອແກ້ໄຂແຕ່ລະບັນຫາທີ່ເກີດຂຶ້ນ ຫຼື ພວມຈະເກີດຂຶ້ນ, ຫຼາຍບັນຫາໄດ້ຮັບການແກ້ໄຂ ແລະ ສ້າງໄດ້ການຫັນປ່ຽນທີ່ດີໃນເບື້ອງຕົ້ນ.

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ ຍັງມີຫຼາຍບັນຫາພື້ນຖານຮີບດ່ວນ, ຍັງບໍ່ທັນມີການຫັນປ່ຽນຈະແຈ້ງເທື່ອ ເປັນຕົ້ນແມ່ນ: ລະບຽບການ, ກົນໄກດຶງດູດການລົງທຶນ, ບັນຫາໜີ້ສິນໂຄງການລົງທຶນ, ການຊຸກຍູ້ການຜະລິດ ແລະ ການປຸງແຕ່ງເປັນສິນຄ້າ, ການຈັດສັນການຜະລິດກະສິກຳ ບາງຊະນິດທີ່ບໍ່ທັນມີແຜນຈັດສັນດິນຢ່າງເຂັ້ມງວດ, ເກີດມີຜົນກະທົບຕໍ່ການທຳລາຍປ່າໄມ້ ແລະ ສິ່ງແວດລ້ອມ. ການວາງຍຸດທະສາດ ກຳນົດຈຸດສຸມພັດທະນາຂອງແຂວງ, ເຂດເສດຖະກິດພິເສດ-ສະເພາະ, ເສດຖະກິດປາຍແຫຼມ ຍັງຊັກຊ້າ ທຽບໃສ່ເງື່ອນໄຂ-ທ່າແຮງ, ການສ້າງແລວທາງເສດຖະກິດ 433 ບໍ່ທັນມີການຜັນຂະຫຍາຍຈະແຈ້ງ, ແຂງແຮງ.
ສຳລັບທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ກໍໄດ້ມີການຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ຕົກລົງຮັບຮອງເປັນເອກະສັນກັນ ດັ່ງນີ້:
ສືບຕໍ່ສະກັດກັ້ນການຮົ່ວໄຫຼຂອງແຫຼ່ງລາຍຮັບ ຕິດພັນກັບການແກ້ໄຂຊ່ອງຫວ່າງ, ເພີ່ມມາດຕະການດ້ານວິໄນຕໍ່ພະນັກງານ, ເລັ່ງການຫັນໄປສູ່ທັນສະໄໝ ໃນການຄຸ້ມຄອງລາຍຮັບ - ລາຍຈ່າຍ, ຂຸດຄົ້ນທ່າແຮງຂອງລາຍຮັບ, ເດັດດ່ຽວປະຕິບັດການລົງທຶນ ແລະ ໃຊ້ຈ່າຍອື່ນໆ ຕາມຄວາມສາມາດລາຍຮັບຕົວຈິງ ແລະ ປະຕິບັດມາດຕະການປະຢັດຢ່າງແຂງແຮງ, ຍົກລະດັບໃນການຄຸ້ມຄອງ, ພັດທະນາ ບັນດາຄວາມອາດສາມາດບົ່ມຊ້ອນຂອງແຂວງ, ສ້າງຄວາມເຂັ້ມແຂງດ້ານໂຄງສ້າງພື້ນຖານຂອງເສດຖະກິດ ແລະ ຖານລາຍຮັບ.
ເອົາໃຈໃສ່ກວດກາຄືນການພັດທະນາຂົງເຂດພະລັງງານ - ບໍ່ແຮ່ ໃຫ້ກາຍເປັນແຫຼ່ງລາຍຮັບ, ຮັບໃຊ້ການພັດທະນາ ຫາກບໍ່ແມ່ນກາຍເປັນການທຳລາຍສິ່ງແວດລ້ອມ, ພ້ອມກັນນີ້ ກໍນຳໃຊ້ທ່າແຮງດ້ານທຳມະຊາດ, ວັດທະນະທຳ, ປະຫວັດສາດ ທີ່ມີແລ້ວໃຫ້ດີ ແລະ ກໍ່ສ້າງ ຂຸດຄົ້ນຂຶ້ນມາໃໝ່ ເພື່ອພັດທະນາການທ່ອງທ່ຽວສີຂຽວ ແລະ ອຸດສາຫະກຳທ່ອງທ່ຽວ, ຕ້ອງເລັ່ງການສ້າງ ແລະ ປະຕິບັດການພັດທະນາດ້ານການຜະລິດສະບຽງອາຫານ ແລະ ບໍລິການ ຕາມແລວເສດຖະກິດຂອງແຂວງ, ເສັ້ນທາງດ່ວນ, ທາງລົດໄຟ, ທາງອື່ນໆ ໄລຍະຜ່ານແຂວງວຽງຈັນ ໃຫ້ເກີດປະໂຫຍດສູງສຸດ.
ເອົາໃຈໃສ່ປັບປຸງລະບອບນຳພາ ແລະ ແບບແຜນວິທີເຮັດວຽກ ໃຫ້ມີການຫັນປ່ຽນ ເພື່ອຍົກສູງຄວາມສາມາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ກໍຄືການຈັດຕັ້ງປະຕິບັດມະຕິ VI, ແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ທີ່ວາງໄວ້, ຕ້ອງສ້າງຄວາມເປັນເອກະພາບສູງ ແຕ່ເທິງ - ລົງລຸ່ມ, ເອົາໃຈໃສ່ກວດກາ, ປັບປຸງກົງຈັກການຈັດຕັ້ງໃຫ້ມີປະສິດທິພາບ, ເດັດດ່ຽວຕັດຂອດຂັ້ນ, ​ຮັບປະກັນຄວາມໂປ່ງໃສ, ເລັ່ງລັດຊີ້ນຳການຄົ້ນຄວ້າ ແລະ ວາງມາດຕະການ, ອອກນິຕິກຳ, ຈັດຕັ້ງຜັນຂະຫຍາຍ.
ຄະນະພັກທຸກຂັ້ນ, ພະນັກງານແກນນຳ ທຸກສະຫາຍ ຕ້ອງເປັນແບບຢ່າງແທ້ຈິງ ໃນການແກ້ໄຂບັນຫາ,​ ສ້າງການຫັນປ່ຽນບຸກທະລຸທີ່ແທ້ຈິງ ໃນຂົງເຂດທີ່ຕົນຮັບຜິດຊອບ, ພ້ອມນັ້ນ ກໍຕ້ອງຮັບປະກັນແບບຢ່າງໃນການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດ ດ້ວຍຄວາມປອດໃສ, ປະຢັດ ແລະ ຕ້ານການຟູມເຟືອຍ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ຖືກມອບໝາຍ, ເຮັດວຽກຫຼາຍຂຶ້ນກວ່າເກົ່າ, ຮັບຜິດຊອບສູງກວ່າເກົ່າ ແລະ ຍິ່ງກວ່າເວລາໃດໝົດ ພວກເຮົາຈະເຮັດແບບເກົ່າບໍ່ໄດ້ອີກແລ້ວ, ຄ່ອຍເຮັດຄ່ອຍໄປ, ຕຳວຽກໃດເຮັດວຽກນັ້ນ, ຂາດຫົວຄິດປະດິດສ້າງ, ບໍ່ມີຄວາມສະດຸ້ງໄວຕໍ່ບັນຫາໃໝ່ ເພື່ອຄົ້ນຄວ້າບັນຫາຕ່າງໆທີ່ເປັນຍຸດທະສາດ, ແກ້ໄຂບັນຫາຕົວຈິງຊ່ວຍປະຊາຊົນ, ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ.
ປັບປຸງກົງຈັກການຈັດຕັ້ງ - ພະນັກງານ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ ຕິດພັນກັບການເພີ່ມທະວີວຽກງານສຶກສາອົບຮົມການເມືອງ - ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດໃຫ້ເລິກເຊິ່ງ, ສ້າງນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ມີຄວາມອົດທົນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ສ້າງນຳໃຈເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ການດຳເນີນມາດຕະການດ້ານວິຊາສະເພາະ, ວິຊາການ ໄປຄຽງຄູ່ກັບການເພີ່ມທະວີຄວາມຮັບຜິດຊອບການເມືອງ, ການຄຸ້ມຄອງເຂັ້ມແຂງດ້ານວິໄນ, ແກ້ໄຂບັນຫາກົງຈັກພະນັກງານ ຕິດພັນກັບການຈັດວາງ, ສັບຊ້ອນບຸກຄະລາກອນ ໃນການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ຖືກຕ້ອງຕາມຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411 / ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍ ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ເພື່ອສ້າງການຫັນປ່ຽນໃໝ່ທີ່ແທ້ຈິງໃຫ້ໄດ້.
ສຳລັບການຊີ້ນຳ -ນຳພາ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແມ່ນເຫັນດີໃຫ້ສືບຕໍ່ປະຕິບັດ ຕາມທິດທາງແຜນການທີ່ວາງໄວ້, ແຕ່ສຳຄັນທີ່ສຸດ ການແກ້ໄຂບັນຫາດັ່ງກ່າວ ຕ້ອງເປັນໜ້າທີ່ ແລະ ພັນທະຂອງຄະນະພັກ, ສະມາຊິກພັກ, ພະນັກງານ, ປະຊາຊົນ ຕ້ອງມີສ່ວນຮ່ວມ, ຕ້ອງສຸມໃສ່ແກ້ໄຂບັນຫາເລີ່ມຈາກສະຖາບັນຄອບຄົວ ເປັນຂອດຕັດສິນ, ເກີດນຳຄອບຄົວໃດ ໃຫ້ຄອບຄົວນັ້ນຊອກວິທີແກ້ໄຂ, ສະຖາບັນການສຶກສາ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ຕ້ອງມີສ່ວນຮ່ວມຊອກທາງອອກ ແລະ ວິທີແກ້ໄຂຮ່ວມກັນ; ມອບໃຫ້ພະແນກການ, ຂະແໜງ ການກ່ຽວຂ້ອງ ທີ່ມີສ່ວນພົວພັນໃຫ້ເກີດບັນຫາສິ່ງຫຍໍ້ທໍ້ດັ່ງກ່າວ ພ້ອມກັນຄົ້ນຄວ້າປຶກສາຫາລືກັນແກ້ໄຂ, ບໍ່ເວົ້າລວມໆ, ຊີ້ນຳລວມໆ, ຖິ້ມໃສ່ກັນ ແລະ ບໍ່ມີຜູ້ແກ້ໄຂ, ບໍ່ມີຜູ້ຊອກທາງອອກຊ່ວຍກັນ.
ຖືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ຖືແຜນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນ 6 ເດືອນທ້າຍປີ ເປັນບ່ອນອີງ ແລະ ຈຸດໃນການຕິດຕາມກວດກາ ແລະ ຊີ້ນຳ - ນຳພາ ຂອງອົງຄະນະພັກເມືອງ, ຄະນະກອງບັນຊາການທະຫານ, ຕຳຫຼວດ, ຄະນະພັກພະແນກການ, ອົງການ ພ້ອມທັງຖືໝາກຜົນຕົວຈິງຂອງການແກ້ໄຂບັນຫາ ເພື່ອຕີລາຄາຄວາມຮັບຜິດຊອບການເມືອງ ກໍຄືຄວາມສາມາດນຳພາຂອງຄະນະພັກ, ຄະນະນຳ ແຕ່ລະຂັ້ນ, ແຕ່ລະສະຫາຍ
ກອງປະຊຸມໄດ້ດຳເນີນມາເປັນເວລາ 1 ວັນເຄິ່ງ ແລະ ສິ້ນສຸດລົງລົງໃນເວລາ 11:30 ໂມງ, ຂອງວັນທີ 23 ສິງຫາ 2023 ຢ່າງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

211687
ມື້ນີ້ມື້ນີ້74
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້869
ເດືອນນີ້ເດືອນນີ້1346
ທັງໝົດທັງໝົດ211687

ວີດີໂອ....