ພິທີໄດ້ຈັດຂຶ້ນໃນວັນທີ 22 ສິງຫາ 2023 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນພາຍໃຕ້ການເປັນປະທານຂອງ ທ່ານ ຮສ. ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປທ. ຫຸມພັນ ເມືອງແສນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ; ມີທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ແຂກຖືກເຊີນທີ່ຕາງໜ້າບັນດາພະແນການ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ນັກສຶກສາ ຮຸ່ນທີ XVI
ຈຳນວນ 58 ສະຫາຍ, ຍິງ 17 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນນີ້, ບຸກຄະລາກອນຂອງຄະນະໂຄສະນາອົບຮົມແຂວງ ເຂົ້າສຶກສາຮໍ່າຮຽນ 1 ທ່ານ ຄື: ທ່ານ ນາງ ມະນີຈັນ ທຳມະໂຄດ ຄະນະໜ່ວຍພັກ, ຫົວໜ້າຂະແໜງບໍລິຫານ ໄດ້ສໍາເລັດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນກາງ ເປັນຮຸ່ນທີ XVI, ເວລາຮຽນຕົວຈິງ 15 ເດືອນ (3 ພາກຮຽນ), 28 ວິຊາ (ເທົ່າກັບ 80 ໜ່ວຍກິດ), ປະກອບດ້ວຍ ການບັນຍາຍເອກະສານ 824 ຊົ່ວໂມງ, ຄົ້ນຄວ້າສໍາມະນາ ແລະ ແກ້ໄຂຂໍ້ຂ້ອງໃຈ 279 ຊົ່ວໂມງ, ກວດກາ ແລະ ສອບເສັງປາກເປົ່າ 131 ຊົ່ວໂມງ, ລົງເກັບກໍາຂໍ້ມູນ ຂຽນບົດປ້ອງກັນຈົບຊັ້ນ 32 ຊົ່ວໂມງ ແລະ ທັດສະນະສຶກສາ 14 ຊົ່ວໂມງ. ໃນໂອກາດດຽວກັນນີ້ ຄະນະໂຄສະນາອົບຮົມແຂວງວຽງຈັນ ກໍໄດ້ຕ້ອນຮັບຊົມເຊີຍຕໍ່ຜົນງານທີ່ຜູ້ກ່ຽວຍາດມາໄດ້ ເພື່ອນຳເອົາຄວາມຮູ້, ປະສົບການທີ່ໄດ້ສຶກສາຮໍ່າຮຽນນຳມາໝູນໃຊ້ເຂົ້າໃນວຽກງານໂຄສະນາອົບຮົມ ກໍຄືວຽກງານການເມືອງ - ແນວຄິດ ໃນຕໍ່ໜ້າໃຫ້ມີຜົນສຳເລັດຂຶ້ນໄປເທື່ອລະກ້າວ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 859 |
![]() | ເດືອນນີ້ | 1336 |
![]() | ທັງໝົດ | 211677 |