• ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,
  • ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນກ
  • ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວ
ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ໃນວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ ຄົບຮອບ 45 ປີ ໂດຍການປະສານສົມທົບ ຂອງຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດແຂວງ ແລະ ຫ້ອງວ່າການແຂວງ. ພິທີໃນຄັ້ງນີ້ ເປັນກຽດຂຶ້ນປາຖະກະຖາໂດຍ ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດເລຂາພັກແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຕາງໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 187 ທ່ານ, ຍິງ 45 ທ່ານ.
 

ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022

ໃນຕອນເຊົ້າຂອງວັນທີ 8 ທັນວາ 2022, ເວລາ 08:30 ໂມງ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ ເພື່ອປະຕິບັດຕາມບົດແນະນໍາຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 284/ສກລ, ລົງວັນທີ 17 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 31/ໜພ.ຄອຂຈ, ລົງວັນທີ 5 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ດາວວອນ ດວງມາລາ ຮອງປະທານກໍາມະບານຮາກຖານ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ຜ່ານສື່ ເຄື່ອນທີ່, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນຄໍ້າ ສີສຸທໍາ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ແລະ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະມາຊິກກໍາມະບານຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນອ້ອມຂ້າງເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 16 ທ່ານ, ກໍາມະບານ...
Previous
Next

ພິທີປະກາດ ການຈັດຕັ້ງຄະນະໂຄສະນາອົບຮົມ ແຂວງວຽງຈັນ


ຕອນເຊົ້າ ວັນທີ 20 ມິຖຸນາ 2023,​ ເວລາ 8:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງຂອງຄະນະໂຄສະນາອົບຮົມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ, ມີຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 13 ສະຫາຍ.

ພິທີດັ່ງກ່າວ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ການເຄື່ອນໄຫວວຽກງານໂຄສະນາອົບຮົມ 6 ເດືອນຕົ້ນປີ ແລະ ທິດທາງ ຄາດໝາຍສູ້ຊົນ ໃນ 6 ເດືອນ ທ້າຍປີ 2023 ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ສະເໜີໂດຍ ທ່ານ ສຸລະພົນ ພົດມີໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຮັບຟັງການຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ແຂວງວຽງຈັນ ສະບັບເລກທີ 119/ຄປພ ວຈ, ລົງວັນທີ 30 ພຶດສະພາ 2023 ວ່າດ້ວຍ ການແຕ່ງຕັ້ງບົ່ງໂຕ ສະຫາຍ ສີທົນ ແສງພະຈັນ ເປັນເລຂາໜ່ວຍພັກ ຄະນະໂຄສະນາອົບຮົມ ແຂວງວຽງຈັນ, ມະຕິ ເລກທີ 124/ຄປພ ວຈ, ລົງວັນທີ 30 ພຶດສະພາ 2023 ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ສີທົນ ແສງພະຈັນ ເປັນຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະເໜີໂດຍ ທ່ານ ສອນໄຊ ຫຼວງອາໄພ ຮອງຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ.

ໃນພິທີອັນມີຄວາມໝາຍ ຄວາມສໍາຄັນ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງວຽງຈັນ ຕໍ່ພິທີດັ່ງກ່າວແມ່ນ: ມີຄວາມໝາຍ ແລະ ເປັນເຫດການທາງການເມືອງທີ່ສໍາຄັນຂອງພັກ, ການຍົກຍ້າຍ ຊັບຊ້ອນ, ການມອບ-ໂອນ, ການປ່ຽນຖ່າຍ ແມ່ນກົດເກນແຫ່ງການຄົງຕົວ ແລະ ການຂະຫຍາຍຕົວຂອງພັກ, ການປັບປຸງກົງຈັກການຈັດຕັ້ງ ແມ່ນວຽກງານປົກກະຕິຂອງພັກ... ພ້ອມທັງ ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ທີ່ສາມາດຍາດໄດ້ຜົນງານດີເດັ່ນຫຼາຍດ້ານ ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກຕໍ່ກັບໜ້າທີ່ການເມືອງ ທີ່ຈະຕ້ອງໄດ້ຮັບຜິດ ຊອບໂດຍກົງຕໍ່ຄະນະພັກຂັ້ນເທິງ, ຕໍ່ໝູ່ຄະນະ, ຕໍ່ປະຊາຊົນບັນດາເຜົ່າໃນທົ່ວແຂວງ ສືບຕໍ່ນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງ ຂອງຂັ້ນເທິງ ວາງອອກແຕ່ລະໄລຍະ ນຳໄປເຜີຍແຜ່ເຊື່ອມຊຶມເຂົ້າໃນຊີວິດຕົວຈິງ ຢ່າງເລິກເຊິ່ງ, ໜັກແໜ້ນ. ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນ ແໜ້ນໜາ, ເປັນແບຢ່າງທີ່ດີໃຫ້ກັບມະຫາຊົນ ແລະ ສືບຕໍ່ຊີ້ນໍາ-ນໍາພາວຽກງານວິຊາສະເພາະ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີຫັນປ່ຽນຢ່າງຕັ້ງໜ້າ, ດີຂຶ້ນກ່ວາເກົ່າ.


ຕອນທ້າຍ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນຮັບໜ້າທີ່ ແລະ ຮັບຄໍາໂອວາດ ຈາກຄະນະພັກຂັ້ນເທິງ ເພື່ອເປັນເຂັ້ມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ເກີດໝາກຜົນຕົວຈິງ ແລະ ຢັ້ງຢືນວ່າ:
1. ຈະຕັ້ງໜ້າຈັດຕັ້ງເຊື່ອມຊຶມ, ເຜີຍແຜ່, ຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືທິດຊີ້ນໍາຂອງຂັ້ນເທິງ ເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້.
2. ຕັ້ງໜ້າປັບປຸງແຜນການເຄື່ອນໄຫວນໍາພາ ແລະ ວິທີເຮັດວຽກ ໃຫ້ດີຂຶ້ນ ໂດຍປະຕິບັດຕາມຫຼັກການລວມສູນປະຊາທິ ປະໄຕ ຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ນໍາໃຊ້ສະຕິປັນຍາຂອງໝູ່ຄະນະ ຢ່າງປະດິດສ້າງ. ເອົາໃຈໃສ່ຕິດຕາມ ກວດກາ, ສະຫຼຸບ ຖອດຖອນບົດຮຽນ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ຢ່າງເປັນປົກກະຕິ.
3. ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກ, ຄະນະໂຄສະນາອົບຮົມແຂວງ ໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນປຸກລະດົມຄວາມຕື່ນຕົວຕໍ່ໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ດີຂຶ້ນ, ເປັນເຈົ້າການປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງວຽງຈັນ ພວກເຮົາ ໃຫ້ຈະເລີນຮຸ່ງເຮືອງ.
ພິທີດັ່ງກ່າວ ໄດ້ສິ້ນສຸດ ໃນເວລາ 11: 00 ໂມງ ຂອງວັນດຽວກັນ.

 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

211685
ມື້ນີ້ມື້ນີ້72
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້867
ເດືອນນີ້ເດືອນນີ້1344
ທັງໝົດທັງໝົດ211685

ວີດີໂອ....