• ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ,
  • ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນກ
  • ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວ
ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີມອບ - ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ

ພິທີໄດ້ຈັດຂຶ້ນໃນເຊົ້າວັນທີ 21 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ຈັນທະບູນ ໂພສະລາດ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ແລະ ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາແຂວງວຽງຈັນ ມີຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກ ພາຍໃນໜ່ວຍພັກ ແລະ ແຂກຕາງໜ້າຄະນະພັກຮາກຖານ, ໜ່ວຍພັກ ພະແນກການອ້ອມຂ້າງ ເຂົ້າຮ່ວມທັງໝົດ 26 ສະຫາຍ, ຍິງ 15 ສະຫາຍ.
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 )

ໃນວັນທີ 25 ສິງຫາ 2022 ທີ່ຫ້ອງວ່າການແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືລາວ - ຫວຽດນາມ ຄົບຮອບ 45 ປີ ໂດຍການປະສານສົມທົບ ຂອງຄະນະໂຄສະນາອົບຮົມແຂວງ, ພະແນກການຕ່າງປະເທດແຂວງ ແລະ ຫ້ອງວ່າການແຂວງ. ພິທີໃນຄັ້ງນີ້ ເປັນກຽດຂຶ້ນປາຖະກະຖາໂດຍ ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ, ອະດີດເລຂາພັກແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍກຳມະການປະຈຳພັກແຂວງ, ກຳມະການພັກແຂວງ ແລະ ຕາງໜ້າບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 187 ທ່ານ, ຍິງ 45 ທ່ານ.
 

ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022

ໃນຕອນເຊົ້າຂອງວັນທີ 8 ທັນວາ 2022, ເວລາ 08:30 ໂມງ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງວຽງຈັນ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ ເພື່ອປະຕິບັດຕາມບົດແນະນໍາຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 284/ສກລ, ລົງວັນທີ 17 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ແລະ ມະຕິຕົກລົງຂອງເລຂາໜ່ວຍພັກຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 31/ໜພ.ຄອຂຈ, ລົງວັນທີ 5 ທັນວາ 2022 ວ່າດ້ວຍການອະນຸມັດໃຫ້ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ດາວວອນ ດວງມາລາ ຮອງປະທານກໍາມະບານຮາກຖານ, ຮອງຫົວໜ້າຂະແໜງໂຄສະນາປາຖະກະຖາ ຜ່ານສື່ ເຄື່ອນທີ່, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ບຸນຄໍ້າ ສີສຸທໍາ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງ ແລະ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະມາຊິກກໍາມະບານຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍແຂກຖືກເຊີນອ້ອມຂ້າງເຂົ້າຮ່ວມ ທັງໝົດ 27 ທ່ານ, ຍິງ 16 ທ່ານ, ກໍາມະບານ...
Previous
Next

ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ປະກາດຮັບນາມມະຍົດໜ່ວຍ 4 ບຸກ ແລະ ທຸງໄຊນຳໜ້າ 4 ບຸກ ຜືນທີ 2



ພິທີປະກາດໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຮັບນາມມະ ຍົດໜ່ວຍ 4 ບຸກ ແລະ ທຸງໄຊນຳໜ້າ 4 ບຸກ ຜືນທີ 2 ໄດ້ຈັດຂຶ້ນ ໃນວັນທີ 9 ທັນວາ 2022 ຢູ່ທີ່ຫ້ອງປະຊຸມຄະນະກວກກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ດາວວິໄລ ຄຳປັນຍາ ເລຂາໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້

ໂດຍທ່ານ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ, ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ແລະ ທ່ານ ຈັນທະວົງ ບົວລະພັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີຄະນະກອງເລຂາ 4 ບຸກ ຂັ້ນແຂວງ ແລະ ສະມາຊິກພາຍໃນໜ່ວຍຮາກຖານເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 11 ທ່ານ. ພິທີດັ່ງກ່າວ ທ່ານ ນາງ ດາວວິໄລ ຄຳປັນຍາ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 3 ປີຜ່ານມາ ຊຶ່ງຄະນະໜ່ວຍຮາກຖານໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ໂດຍການນຳເອົາບັນດາເອກະສານສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງຊາວໜຸ່ມປະຊາ ຊົນປະຕິວັດລາວ ມາເຜີຍແຜ່ເຊື່ອມຊຶ່ມຜັນຂະຫຍາຍ ເພື່ອເຮັດໃຫ້ສະມາຊິກໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.
ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ປະກອບມີຄະນະໜ່ວຍຮາກຖານ 3 ທ່ານ, ຍິງ 2 ທ່ານ, ມີສະມາຊິກຊາວໜຸ່ມ ທັງໝົດ 17 ທ່ານ, ຍິງ 11 ທ່ານ, ຜ່ານການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 4 ບຸກ ແລະ ການກວດກາປະເມີນຜົນການຈັດຕັ້ງປະຕິບັດທັງ 4 ດ້ານ ໃນໄລຍະ 3 ປີຜ່ານມາປະຕິບັດໄດ້ ດັ່ງນີ້:
- ບຸກດ້ານການເມືອງ-ແນວຄິດ ຕີລາຄາໄດ້ 93% ຂຶ້ນໄປ.
- ບຸກດ້ານການຝຶກຝົນຫຼ່ໍຫຼອມຮໍ່າຮຽນ ຕີລາຄາໄດ້ 92% ຂຶ້ນໄປ.
- ບຸກດ້ານວຽກງານການຈັດຕັ້ງ, ດ້ານວິຊາຊີບ, ສ້າງວຽກເຮັດງານທຳ ຕີລາຄາໄດ້ 91% ຂຶ້ນໄປ.
- ບຸກດ້ານການປັບປຸງ-ກໍ່ສ້າງ ການຈັດຕັ້ງຊາວໜຸ່ມ ຕີລາຄາໄດ້ 93% ຂຶ້ນໄປ.

ເພື່ອເປັນການຢັ້ງຢືນເຖິງຜົນງານ ການເຄື່ອນໄຫວຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ຈຶ່ງມອບໃບຢັ້ງຢືນ 4 ບຸກ ແລະ ມອບທຸງໄຊ ນຳໜ້າຂະບວນການແຂ່ງຂັນ ເນື້ອໃນ 4 ບຸກ ເປັນຜືນທີ 2 ໃຫ້ແກ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມ ຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ຈຳນວນ 17 ທ່ານ, ຍິງ 11 ທ່ານ.

ໃນຕອນທ້າຍພິທີດັ່ງກ່າວ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳເລ້ ໄຊຍະວົງສີ ກຳມະການພັກແຂວງ, ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ ຊຶ່ງທ່ານໄດ້ມີຄຳເຫັນເນັ້ນໜັກຕືີ່ມບາງບັນຫາ ຄື:
1. ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍົກສູງສະຕິເປັນເຈົ້າການ, ຕ້ານ ແລະ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວຊາວໜຸ່ມ ໃນຂົງເຂດຄວາມຮັບຜິດຊອບ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ.
2. ສ້າງຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ໃຫ້ກາຍເປັນຜູ້ສືບທອດມູນເຊື້ອຂອງການປະຕິ ວັດ, ອະນຸລັກຮັກສາຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ, ມີວິໄສທັດກວ້າງໄກ, ເປັນເຈົ້າການຍົກລະດັບຄວາມຮູ້ ຄວາມສາມາດ ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່ ແລະ ມີຄວາມສາມັກຄີ.
3. ເຮັດໃຫ້ການຈັດຕັ້ງຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ມີຄວາມເຂັ້ມແຂງ ໜັກແໜ້ນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ມີຄວາມເປັັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກາຍເປັນກຳລັງແຮງໃຫ້ແກ່ຄະນະພັກ, ສູ້ຊົນໃຫ້ໜ່ວຍຊາວໜຸ່ມກາຍເປັນການຈັດຕັ້ງມະຫາຊົນທີ່ແຂງແກ່ນ ຂອງຄະນະໂຄສະນາອົບຮົມແຂວງ.
ພິທີດັ່ງກ່າວໄດ້ສິ້ນສຸດລົງ ເວລາ 11:30 ໂມງ ຂອງວັນດຽວກັນ ດ້ວຍຜົນສໍາເລັດອັນຈົບງາມ.
#ຂຽນຂ່າວໂດຍ: ເສີດ ຢຳຢວນ
#ບັນນາທິການໂດຍ: ຈ ບົວລະພັນ

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 8  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

211684
ມື້ນີ້ມື້ນີ້71
ມື້ວານນີ້ມື້ວານນີ້59
ອາທິດນີ້ອາທິດນີ້866
ເດືອນນີ້ເດືອນນີ້1343
ທັງໝົດທັງໝົດ211684

ວີດີໂອ....