ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄັ້ງວັນທີ 27 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລເຕັກນິກແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນ ແຖວເງິນ ຊາມຸນຕີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີມະຫາຊົນຜູ້ກ້າວໜ້າເຂົ້າ ມາຈາກ 4 ພາກສ່ວນ, ໃນນີ້ມີ ຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ 12 ສະຫາຍ, ຍິງ 05 ສະຫາຍ, ຄະນະພັກຮາກຖານຫ້ອງວ່າການແຂວງວຽງຈັນ 02 ສະຫາຍ, ຍິງ 01 ສະຫາຍ. ຄະນະພັກຮາກຖານພະແນກສາທາລະນະສຸກ 01 ສະຫາຍ, ຍິງ 01 ສະຫາຍ. ໜ່ວຍພັກພະແນກການຕ່າງປະເທດ 02 ສະຫາຍ, ຍິງ 0 ສະຫາຍ. ລວມທັງໝົດ 17 ສະຫາຍ, ຍິງ 07 ສະຫາຍ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານ ທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 11 ຄໍາຖາມ-11 ຄໍາຕອບ ທີ່ຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້ ເຊິ່ງເປັນເອກະສານຄວາມຮູ້ເບື້ອງຕົ້ນທີ່ເຮັດໃຫ້ມະຫາຊົນຜູ້ກ້າວໜ້າໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ, ທາດແທ້ ແລະ ຫຼັກການຂອງພັກ ປະຊາຊົນ ປະຕິວັດລາວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ໄດ້ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ພາຍຫຼັງສໍາເລັດການຮຽນແລ້ວ ຄະນະໂຄສະນາອົບຮົມແຂວງວຽງຈັນ ກໍ່ໄດ້ມອບໃບຢັ້ງຢືນ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນໃນຄັ້ງນີ້ ພ້ອມທັງໂອ້ລົມຕໍ່ມະຫາຊົນຜູ້ກ້າວໜ້າ ໃຫ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ພ້ອມກັນນັ້ນ ກໍ່ເອົາໃຈໃສ່ປະຕິບັດບັນ ດາສິດໜ້າທີ່ ຂໍ້ຫ້າມຂອງສະມາຊິກພັກ ເພື່ອໃຫ້ຕົນເອງ ມີມາດຖານເງື່ອນໄຂຄົບຖ້ວນ ເປັນແບບຢ່າງ ນໍາໜ້າ ແລະ ເປັນທີ່ໄວ້ວາງໃຈ ຈາກຄະນະພັກຂັ້ນເທິງ, ພິທີໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ໂມງຂອງ ວັນດຽວກັນ.
ມີ 3 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 13 |
![]() | ມື້ວານນີ້ | 120 |
![]() | ອາທິດນີ້ | 263 |
![]() | ເດືອນນີ້ | 16551 |
![]() | ທັງໝົດ | 201537 |