• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

      ໃນຕອນເຊົ້າຂອງວັນທີ 21 ມີນາ 2023 ເວລາ 8: 30 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດຕັ້ງພິທີຢາຖະກະຖາ ເລົ້າມູນເຊື້ອວັນສຳຄັນຂອງຊາດຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ. 
Previous
Next

ເຊື່ອມຊື່ມມະຕິໃຫຍ່ກອງປະຊຸມຜູ້ແທນທົ່ວປະເທດ

           ໃນວັນທີ 7 ກໍລະກົດ 2021 ເວລາ 13:30  ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຕັ້ງເຊື່ອມຊື່ມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ, ຕິດພັນກັບການເຜີນແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະ ລຶກຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຂຶ້ນ, ຢູ່ທີ່ຫ້ອງປະຊຸມ ຄະນະກວດກາພັກແຂວງວຽງຈັນ    
        ໂດຍການເປັນປະທານ ຂອງທ່ານ ສົມຄິດ ອິນທະວົງ, ກໍາມະການພັກແຂວງ, ເລຂາໜ່ວຍພັກຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ, ມີສະມາຊິກພັກ, ພະນັກງານ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 14 ສະຫາຍ.  

 

                              

ກອງປະຊຸມປະຕິບັດເປັນສອງເວລາຄື:

              ວາລະທີ 1: ແມ່ນຮັບຟັງການເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງ ເຊີ່ງໃຫ້ກຽດເຜີຍ ແຜ່ໂດຍ ທ່ານ ສົມຄິດ ອິນທະວົງ, ກໍາມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງວຽງຈັນ, ເຊີ່ງທ່ານໄດ້ຍົກໃຫ້ເຫັນ ຜົນງານໃນການຊີ້ນໍາໆພາກໍ່ຄື ໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະ 5 ປີ ຜ່ານມາ ກໍ່ຄືຄັ້ງທີ V ຂອງແຂວງ, ພ້ອມກັນນັ້ນກໍ່ຍົກໃຫ້ເຫັນເຖິງບັນດາຄາດໝາຍສູ້ຊົນກໍ່ຄືວຽກງານຈຸດສຸມໃນຕໍ່ໜ້າ ເພື່ອໃຫ້ສະມາຊິກພັກ, ພະນັກ ງານພາຍໃນຄະນະໂຄສະນາອົບຮົມແຂວງ ກໍາໄດ້ ແລະ ເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວວຽກງານໃນຕໍ່ໜ້າ

          - ວາລະທີ 2: ໄດ້ຮັບຟັງການເຜີ່ຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໃຫ້ກຽດເຜີ່ຍແຜໂດຍ ທ່ານ ຈັນທະວົງ ບົວລະພັນ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງວຽງຈັນ ເຊີ່ງທ່ານໄດ້ຍົກໃຫ້ເຫັນ ດ້ານໂຄງປະກອບບຸກຄະລາກອນວຽກງານ, ຂອງສະພາແຫ່ງຊາດ, ລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດ ພ້ອມດຽວກັນນັ້ນກໍ່ໄດ້ຍົກໃຫ້ເຫັນດ້ານກົງຈັກ ແລະ ບຸກຄະລາກອນ, ວຽກງານດ້ານຕ່າງໆຂອງສະພາປະຊາຊົນແຂວງ ຊຸດທີ II ແນ່ໃສ່ເຮັດໃຫ້ພະນັກງານ ສະມາຊິກພັກໄດ້ຮັບຮູ້ເຂົ້າໃຈໄດ້ ຕໍ່ວຽກໃນຂົງເຂດດັ່ງກ່າວພ້ອມດຽວກັນນັ້ນກໍ່ເພື່ອສືບຕໍ່ສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການປັບປຸງຍົກສູງຫຼັກໝັ້ນການເມືອງ, ຍົກສູງນໍ້າໃຈເສຍສະຫຼະ ແລະ ຢຶດໝັ້ນອຸດົມການຂອງພັກ, ຂອງສະມາຊິກພັກພະນັກງານໃຫ້ເດັດດ່ຽວໜຽວແໜ້ນ ພ້ອມກັນຍົກສູງຄວາມສາມາດນໍາພາຂອງພັກ ເພີ່ມທະວີຄວາມສາມັກຄີເປັນປຶກແຜນ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ, ປັບປຸງແບບແຜນວິທີ່ເຮັດວຽກໃຫ້ສອດຄ່ອງ ຕາມທິດຊີ້ນໍາ ກໍ່ຄືຫຼັກການຂອງພັກ, ກອງປະຊຸມ ໄດ້ປິດລົງໃນເວລາ 16:30. ຂອງວັນດຽກັນ.

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201527
ມື້ນີ້ມື້ນີ້3
ມື້ວານນີ້ມື້ວານນີ້120
ອາທິດນີ້ອາທິດນີ້253
ເດືອນນີ້ເດືອນນີ້16541
ທັງໝົດທັງໝົດ201527

ວີດີໂອ....