• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

      ໃນຕອນເຊົ້າຂອງວັນທີ 21 ມີນາ 2023 ເວລາ 8: 30 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດຕັ້ງພິທີຢາຖະກະຖາ ເລົ້າມູນເຊື້ອວັນສຳຄັນຂອງຊາດຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ. 
Previous
Next

ກຳມະບານ

         ໃນວັນທີ 24 ມີນາ 2021 ນີ້, ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມສະຫຼຸບປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ຂື້ນຢູ່ທີ່ຫ້ອງປະຊຸມກວດກາພັກ-ລັດແຂວງ,ໂດຍການເຂົ້າຮ່ວມຂອງທ່ານ ແສງທຳ ອາໄພຍະລາດ ຮອງປະທານສະຫະພັນກຳມະບານແຂວງວຽງຈັນ, ທ່ານ ຈັນທະວົງ ບົວລະພັນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າກຳມະບານຮາກຖານພະແນກການອ້ອມຂ້າງ, ພ້ອມດ້ວຍສະມາຊິກກຳມະບານພາກສ່ວນດັ່ງກ່າວເຂົ້າຮ່ວມ ທ່ານ ນ. ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ກ່າວວ່າ: ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ ແມ່ນອົງການຈັດຕັ້ງຫນຶ່ງ ທີ່ຂຶ້ນກັບສະຫະພັນກໍາມະບານແຂວງ ກໍ່ຄື ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ມີພາລະບົດບາດ, ສິດ ແລະ ຫນ້າທີ່ໃນການເຕົ້າໂຮມຄວາມສາມັກຄີ, ປົກປ້ອງຜົນປະໂຫຍດໃນຖັນແຖວພະນັກງານ, ສະມາຊິກກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ຕະຫຼອດເຖິງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ, ການປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໄດ້ເປັນເຈົ້າ.

        1. ດ້ານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ.ໄດ້ນຳເອົາບັນດາແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງ ພັກ, ກົດລະບຽບກຳມະບານ, ກົດລະບຽບຂອງກອງທຶນ, ບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຄັ້ງທີ V ຂອງອົງຄະນະພັກແຂວງ, ຄັ້ງທີ VII ຂອງສະຫະພັນກຳມະບານແຂວງ ແລະ ນິຕິກຳຕ່າງໆ ຂອງຂັ້ນເທິງ ທີ່ກໍານົດອອກໃນແຕ່ລະໄລຍະ ໄປຈັດຕັ້ງຜັນຂະຫຍາຍ, ເຜີຍແຜ່, ເຊື່ອມຊຶມ ໃຫ້ແກ່ສະມາຊິກພັກ, ພະນັກງານ ກໍ່ຄື ສະມາຊິກກໍາມະບານພາຍໃນຄະນະໂຄສະນາອົບຮົມແຂວງ ຕະຫຼອດເຖິງ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ເຮັດໃຫ້ເຂົາເຈົ້າມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳໆພາຂອງພັກ-ລັດ, ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນດີງາມຂອງຊາດ.ຕີລາຄາ ກໍາມະບານຮາກຖານ ປະຕິບັດໄດ້ 97 %.     

     2.  ເປັນເຈົ້າໃນການປັບປຸງແບບແຜນນໍາພາ ແລະ ຂະຫຍາຍການຈັດຕັ້ງກໍາມະບານ.ໄດ້ຢຶດຖື ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ, ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ, ບຸກຄົນປະຕິບັດຕາມການຈັດຕັ້ງ.ເອົາໃຈໃສ່ຕໍ່ວຽກງານພັດທະນາກໍາມະບານ ເປັນຕົ້ນ ແມ່ນການປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະ ແລະ ສອດຄ່ອງກັບວຽກງານວິຊາສະເພາະຂອງແຕ່ລະຂະແໜງການພາຍໃນຄະນະໂຄສະນາອົບຮົມແຂວງ ສາມາດຕີລາຄາ ປະຕິບັດໄດ້ 96 %.

    

           3. ເປັນເຈົ້າປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ເປັນເຈົ້າການປະກອບຄຳຄິດ-ຄໍາເຫັນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຍາດແຍ່ງການຊ່ວຍເຫຼືອ ເພື່ອສ້າງຊັບພະຍາກອນມະນຸດ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ຕີລາຄາ ປະຕິບັດໄດ້ 95 %.

      4. ເປັນເຈົ້າເຂົ້າຮ່ວມໃນການຕິດຕາມ, ກວດກາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທຳສັງຄົມໄດ້ເປັນເຈົ້າການໃນການສ້າງແຜນການໃນເເຕ່ລະໄລຍະ ພ້ອມທັງເຂົ້າຮ່ວມຕິດຕາມ, ຊຸກຍູ້, ກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງວາງອອກ ໂດຍສະເພາະແມ່ນແຜນການ 5 ປີ, ແຜນຍຸດທະສາດ 2025 ແລະ ວິໄສທັດ 2030 ຂອງຄະນະໂຄສະນາອົບຮົມແຂວງວາງອອກ. ຕີລາຄາ ກຳມະບານຮາກຖານປະຕິບັດໄດ້ 97%.

       5. ເປັນເຈົ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ, ລະບຽບກົດໝາຍຂອງລັດ ໄດ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ, ເສີມຂະຫຍາຍການພົວພັນຮ່ວມມື ແລະ ຍາດແຍ່ງທຶນຊ່ວຍເຫຼືອຈາກສາກົນ ແລະ ປະຕິບັດຕາມການຊີ້ນຳຂອງຂັ້ນເທິງວາງອອກ ທັງສາຍຕັ້ງ ແລະ ສາຍຂວາງໃຫ້ປະກິດຜົນເປັນຈິງ ຕີລາຄາ ກຳມະບານຮາກຖານ ປະຕິບັດໄດ້ 95%.ຈາກຜົນງານທີ່ຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາສະຫະພັນກຳມະບານແຂວງຈິ່ງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2020 ແລະ ມອບໃບຍ້ອງຍໍໃຫ້ກັບກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງໂດຍການມອບຂອງທ່ານ ແສງທຳ ອາໄພຍະລາດ ຮອງປະທານສະຫະພັນກຳມະບານແຂວງວຽງຈັນ ແລະ ຮັບໂດຍທ່ານ ນ. ມະນີຈັນ ທຳມະໂຄດ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກກຳມະບານທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານປະຈຳປີ 2020 ຕື່ມອີກ.

                                                                                                                                  ຂຽນໂດຍ : ສຸລິຍາ ເພັດວິໄຊ

 

 

 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201536
ມື້ນີ້ມື້ນີ້12
ມື້ວານນີ້ມື້ວານນີ້120
ອາທິດນີ້ອາທິດນີ້262
ເດືອນນີ້ເດືອນນີ້16550
ທັງໝົດທັງໝົດ201536

ວີດີໂອ....