ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍໃຕ້ການເປັນປະທານ ຂອງສະຫາຍ ລຳໄມ ກູດລາວົງ ກຳມະການພັກແຂວງ ເລຂາໜ່ວຍພັກ ແລະ ໃຫ້ເຂົ້າຮ່ວມຂອງສະຫາຍ ວິນັດ ສີສຸວົງ ຄະນະປະຈຳພັກແຂວງ ປະທານກວດກາພັກແຂວງ ແລະ ມີສະມາຊິກພັກເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 13 ສະຫາຍ, ໃນນີ້ ສະມາຊິກພັກສົມບູນ 17 ສະຫາຍ, ຍິງ 11 ສະຫາຍ; ສໍາຮອງ 3 ສະຫາຍ, ຍິງ 2 ສະຫາຍ. ພ້ອມທັງແຂກຖືກເຊີນ ຈຳນວນ 13 ສະຫາຍ. ຜ່ານການດໍາເນີນກອງປະຊຸມດ້ວຍຄວາມເຄັ່ງຮ້ອນ ແລະ ມີຄວາມຮັບຜິດຊອບສູງ ຂອງບັນດາສະຫາຍສະມາຊິກພັກ ກອງປະຊຸມໄດ້ມີຄວາມເປັນເອກະສັນຮັບຮອງເອົາບັນດາເນື້ອໃນດັ່ງນີ້:
I. ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍພັກ, ຊຶ່ງສະເໜີໂດຍ ສະຫາຍ ລໍາໄມ ກູດລາວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ລາຍງານການເມືອງ ໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກ ຊຶ່ງໄດ້ຢັ້ງຢືນວ່າ: ໜ່ວຍພັກ ໄດ້ສູ້ຊົນຜ່ານຜ່າ ແລະ ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນ ກໍຄື ມະຕິ, ຄຳສັ່ງ ຂອງຂັ້ນເທິງ. ຍົກໃຫ້ເຫັນດ້ານດີຜົນໄດ້ຮັບໃນການຊີ້ນຳ-ນຳພາວຽກງານຮອບດ້ານຂອງໜ່ວຍພັກ, ນັບທັງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານວິຊາສະເພາະ, ການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ, ການນຳພາອຳນາດລັດ, ອົງການຈັດຕັ້ງມະຫາຊົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໄດ້ມີບາດກ້າວຂະຫຍາຍຕົວດີຂຶ້ນເປັນກ້າວໆມາ.
ບັນດາຜົນງານທີ່ກ່າວມາຂ້າງເທິງນັ້ນ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ, ຄວາມບຸກບືນຂອງຄະນະພັກ, ສະມາຊິກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການຈັດຕັ້ງປະຕິ ບັດແນວທາງປ່ຽນແປງໃໝ່ຂອງພັກ ຢ່າງຖືກຕ້ອງ, ສອດຄ່ອງ ກັບສະພາບຈຸດພິເສດ ຂອງໜ່ວຍພັກ ຕົນ, ພາຍໃນພັກມີຄວາມສາມັກຄີເປັນປຶກແຜ່ນ ແໜ້ນໜາ, ມີຄວາມບາກບັ່ນ ສູ້ຊົນຜ່ານຜ່າທຸກອຸປະສັກຫຍຸ້ງຍາກ, ເຊີດຊູຈິດໃຈຮັກຊາດ - ຮັກລະບອບໃໝ່, ອີກດ້ານໜຶ່ງແມ່ນ ຍ້ອນການຊີ້ນຳ-ນຳພາຈາກຄະນະປະຈຳພັກແຂວງ, ຄະນະພັກໂຄສະນາອົບຮົມສູນກາງພັກ, ດ້ານໜຶ່ງ ຍ້ອນການພົວພັນປະສານສົມທົບຢ່າງກົມກຽວ, ການອຸ້ມຊູຊ່ວຍເຫຼືອຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ພວກເຮົາມີຜົນສໍາເລັດຕະຫຼອດມາ.
ຄຽງຄູ່ກັບດ້ານດີ, ຜົນງານທີ່ກ່າວມາຂ້າງເທິງນັ້ນ, ລາຍງານການເມືອງກໍຍົກໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດ ທີ່ພາໃຫ້ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກວາງອອກບາງດ້ານບໍ່ທັນໄດ້ຮັບຜົນ, ການກຳແໜ້ນ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໃນຖັນແຖວສະມາຊິກພັກ, ພະນັກງານ ບໍ່ທັນເລິກເຊິ່ງ, ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຄະນະພັກ, ສະມາຊິກພັກ, ພະນັກງານ ບາງຄັ້ງຍັງບໍ່ທັນສູງ, ການເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບບໍ່ທັນ ກ້ວາງຂວາງ, ແບບແຜນວິທີເຮັດວຽກ, ວິທີນຳພາກໍ່ຍັງບໍ່ທັນດີເທົ່າທີ່ຄວນ.
ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ການຍົກສູງຄຸນນະພາບວຽກງານຂອງຄະນະໂຄສະນາອົບຮົມແຂວງ ໃນສະເພາະໜ້າ ແລະ ຍາວນານ, ບົນພື້ນຖານຈຸດພິເສດ, ສະພາບຄວາມເປັນຈິງ, ບົດຮຽນການນຳພາຂອງໜ່ວຍພັກທີ່ຜ່ານມາ, ລາຍງານການເມືອງໄດ້ກຳນົດຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ ກໍຄື ແຕ່ນີ້ຫາກອງປະຊຸມໃຫຍ່ ຄັ້ງຕໍ່ໜ້າ ດັ່ງນີ້:
1. ສ້າງໃຫ້ລະບົບກະແສແນວຄິດຂອງສະມາຊິກພັກ, ພະນັກງານຢູ່ພາຍໃນຄະນະໂຄສະນາອົບ ຮົມແຂວງ ກາຍເປັນກະແສແນວຄິດທີ່ມີຄວາມເອກະພາບກັບແນວທາງນະໂຍບາຍ, ອຸດົມການຂອງພັກຢ່າງໜັກແໜ້ນ, ເດັດດ່ຽວບຸກທະລຸທາງດ້ານຈິນຕະນາການໃຫ້ກາຍເປັນຮູບປະທຳຕົວຈິງ.
2. ຍົກສູງຄຸນນະພາບວຽກງານວິຊາສະເພາະຂອງແຕ່ລະຂະແໜງການ ກ້າວສູ່ບາດກ້າວໃໝ່ທີ່ມີຄຸນນະພາບ ບົນພື້ນຖານການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດໃນການພັດທະນາວຽກງານແນວຄິດ ແຕ່ປີ 2016 - 2020, 2025 ແລະ ວິໄສທັດຮອດປີ 2030 ໃຫ້ມີປະສິດທິຜົນ ຕິດພັນກັບການສູ້ຊົນພັດທະນາເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງໃຫ້ແຂງແຮງ ຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
3. ສູ້ຊົນປັບປຸງກົງຈັກການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນຢູ່ພາຍໃນຄະນະໂຄສະນາອົບຮົມແຂວງ, ໂຄສະນາອົບຮົມເມືອງ ໃຫ້ມີຄວາມເຂັ້ມແຂງ, ກາຍເປັນເສນາທິການທາງດ້ານການເມືອງ ໃຫ້ແກ່ອົງຄະນະພັກແຕ່ລະຂັ້ນຢ່າງໜັກແໜ້ນ.
4. ສູ້ຊົນເຮັດໃຫ້ສຳນັກງານຫ້ອງການຂອງຕົນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະ ຫງົບປອດໄພຮອບດ້ານຢ່າງໜັກແໜ້ນ.ສູ້ຊົນເຮັດໃຫ້ໜ່ວຍພັກ, ສະມາຊິກພັກ ກາຍເປັນແກນນຳຢູ່ພາຍໃນຄະນະໂຄສະນາອົບຮົມແຂວງຢ່າງໜັກແໜ້ນ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຢ່າງໝັ້ນຄົງ; ສືບຕໍ່ເສີມຂະຫຍາຍການຮ່ວມມືກັບຄະນະໂຄສະນາອົບຮົມແຂວງຮາຍເຢືອງ ແລະ ແຂວງຮ່ວມມືອື່ນໆ ຂອງ ສສ ຫວຽດນາມ ບົນພື້ນຖານບົດບັນທຶກຊ່ວຍຈຳທີ່ທາງສອງຝ່າຍໄດ້ລົງນາມຮ່ວມກັນໄວ້.
II. ກອງປະຊຸມໃຫຍ່ ໄດ້ຮັບຟັງບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກ, ໄດ້ຕີລາຄາສູງຄວາມບາກບັ່ນພະຍາຍາມ, ຄວາມສາມາດປະດິດສ້າງຂອງຄະນະພັກ ໃນການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານຮອບດ້ານ ກໍຄື ການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຕົນ ບັນລຸຜົນສຳ ເລັດໃນແຕ່ລະໄລຍະເປັນກ້າວໆມາ.
III. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະພັກຊຸດໃໝ່ ເພື່ອຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກ ໃຫ້ເກີດໝາກຜົນຕົວຈິງ ລະອຽດ ດັ່ງນີ້:
1. ສະຫາຍ ລໍາໄມ ກູດລາວົງ
2. ສະຫາຍ ຈັນທະວົງ ບົວລະພັນ.
3. ສະຫາຍ ນ ມະນີຈັນ ທໍາມະໂຄດ
- ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງ ດັ່ງນີ້:
1. ສະຫາຍ ລໍາໄມ ກູດລາວົງ ເປັນເລຂາໜ່ວຍພັກ.
2. ສະຫາຍ ຈັນທະວົງ ບົວລະພັນ ເປັນຮອງເລຂາ.
3. ສະຫາຍ ນ ມະນີຈັນ ທໍາມະໂຄດ ເປັນຄະນະ.
- ເລືອກເອົາປະທານກວດກາ, ຮອງປະທານກວດກາ ແລະ ຜູ້ຊ່ວຍວຽກກວດກາ ດັ່ງນີ້:
1. ສະຫາຍ ຈັນທະວົງ ບົວລະພັນ ເປັນປະທານກວດກາ.
2. ສະຫາຍ ພູຄໍາ ກອງແພງຕາ ເປັນຮອງປະທານກວດກາ
3. ສະຫາຍ ດາວວອນ ດວງມາລາ ເປັນຜູ້ຊ່ວຍວຽກກວດກາ.
ພ້ອມນີ້ ກອງປະຊຸມ ກໍໄດ້ຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ດັ່ງມີລາຍຊື່ລຸ່ມນີ້:
1. ສະຫາຍ ຈັນທະວົງ ບົວລະພັນ ເປັນຜູ້ແທນສົມບຸນ.
2. ສະຫາຍ ນ ມະນີຈັນ ທໍາມະໂຄດ ເປັນຜູ້ແທນສຳຮອງ.
IV. ກອງປະຊຸມໃຫຍ່ ໄດ້ຮັບກຽດຢ່າງສູງທີ່ໄດ້ຕ້ອນຮັບ ແລະ ຟັງການໂອ້ລົມ ແນະນຳຕັກເຕືອນຈາກ ສະຫາຍ ວິນັດ ສີສຸວົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງວຽງຈັນ ຊຶ່ງໄດ້ໃຫ້ທິດຊີ້ນໍາຢ່າງເລິກເຊິ່ງ ກ່ຽວກັບການເຄື່ອນໄຫວຂອງໜ່ວຍພັກ ແລະ ສະມາຊິກພັກຂອງພວກເຮົາໃນປະຈຸບັນ ແລະ ໃນຕໍ່ໜ້າ.
V. ກອງປະຊຸມໃຫຍ່ ໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ຈົ່ງຍົກສູງ ເພີ່ມທະວີຄວາມສາມັກຄີພາຍໃນພັກຢ່າງໜັກແໜ້ນ, ຕັ້ງໜ້າຄົ້ນຄ້ວາເຊື່ອມຊຶມເນື້ອໃນ ຈິດໃຈ ຂອງກອງປະຊຸມ ກໍຄື ມະຕິກອງປະຊຸມໃຫຍ່ຄັ້ງນີ້ ຢ່າງເລິກເຊິ່ງ, ຫັນເປັນແຜນການ, ໂຄງການອັນລະອຽດໃນແຕ່ລະໄລຍະ ເພື່ອນຳພາຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຢ່າງຈົບງາມ.
ຂຽນໂດຍ: ສຸລິຍາ ເພັດວິໄຊ
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 120 |
![]() | ອາທິດນີ້ | 265 |
![]() | ເດືອນນີ້ | 16553 |
![]() | ທັງໝົດ | 201539 |