ໃນວັນທີ 03 ທັນວາ 2019 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ, ຈັດຕັ້ງພິທີປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ.
ໂດຍການເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາ ຂອງທ່ານ ຄຳພັນ ສິດທິດຳພາ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງວຽງຈັນ. ພິທີດັ່ງກ່າວ ທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ, ປະຫວັດມູນເຊື້ອອັນອົງອາດກ້າຫານຂອງບັນດາ ນັກຮົບປະຕິວັດ, ຄວາມສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ໃນຕອນທ້າຍປະທານ ກໍຍັງໄດ້ຍົກບາງຜົນ ງານໃນການສ້າງສາພັດທະນາ ຂອງແຂວງວຽງຈັນ ໃນໄລຍະຜ່ານມາ ເຊິ່ງມີບັນດາ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກ, ຮອງພະແນກ, ທະຫານ, ຕຳຫຼວດ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 194 ທ່ານ, ຍິງ 51 ທ່ານ.
ທອງຄຳ ບຸນປັນ
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 15 |
![]() | ມື້ວານນີ້ | 120 |
![]() | ອາທິດນີ້ | 265 |
![]() | ເດືອນນີ້ | 16553 |
![]() | ທັງໝົດ | 201539 |