ໃນວັນທີ 6 ທັນວາ 2019 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດສຳຄັນຄື: ວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ. ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງບໍລິສັດລາວໂທລະຄົມມະນາຄົມມະຫາຊົນ ສາຂາແຂວງວຽງຈັນ.
ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນປາຖະກະຖາຂອງ ທ່ານ ຈັນແປງ ດວງພະຈັນ ກຳມະ ການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນພິທີປາຖະກະຖາຄັ້ງນີ້ ທ່ານໄດ້ຍົກໃຫ້ເຫັນ ປະຫວັດຄວາມ ເປັນມາ, ຄວາມໝາຍຄວາມສຳຄັນຂອງ 2 ວັນປະຫວັດສາດດັ່ງກ່າວ, ມູນເຊື້ອຮັກຊາດ, ການຕໍ່ສູ້ພິ ລະອາດຫານ, ຄວາມສາມັກຄີອັນເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ແລະ ການເສຍສະ ຫຼະເພື່ອປະເທດຊາດ, ຄວາມສະຫຼາດສ່ອງໃສ, ຄວາມມີໄຫວພິກໃນການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ຊີວິດ, ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງ ປະຊາຊົນລາວ.
ການປາຖະກະຖາໃນຄັ້ງນີ້ມີ ຄະນະພັກ, ຄະນະອຳນວຍການ, ພະນັກງານ-ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 15 ທ່ານ.
ທອງຄຳ ບຸນປັນ
ຂຽນໂດຍ: ທອງຄຳ ບຸນປັນ
ມີ 41 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 863 |
![]() | ເດືອນນີ້ | 1340 |
![]() | ທັງໝົດ | 211681 |