ໃນວັນທີ 23 ສິງຫາ 2019 ເວລາ 8:30 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ສົມທົບກັບຫ້ອງວ່າການປົກຄອງແຂວງ, ແນວລາວສ້າງຊາດແຂວງ ຈັດພິທີປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 69 ປີ ແລະ ວັນຢຶດອຳນາດ ຄົບຮອບ 74 ປີ ແລະ ຄົບຮອບ 44 ປີ ຢູ່ທີ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງວຽງຈັນ.
ໂດຍເປັນປະທານ ແລະ ໃຫ້ກຽດຂຶ້ນປາຖະກະຖາຂອງ ທ່ານ ທອງສະຫວັນ ວົງສຳພັນ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ. ການປາຖະກະຖາໃນຄັ້ງນີ້ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກ, ຮອງພະແນກ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 363 ທ່ານ, ຍິງ 118 ທ່ານ. ການປາຖະກະຖາໄດ້ຮັບຟັງການລະນຶກຄືນປະຫວັດມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງແນວລາວສ້າງຊາດ, ມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດ, ບົດຮຽນໃນການເຄື່ອນໄຫວວຽກງານຂອງແນວລາວສ້າງ ຊາດ, ປະຫວັດຄວາມເປັນມາຂອງວັນຢຶດອຳນາດ ເດືອນ ສິງຫາ ປີ 1945 ແລະ ເດືອນ ສິງຫາ ປີ 1975.
ຂຽນໂດຍ: ທ່ານ ທອງຄຳ ບຸນປັນ
ມີ 37 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 863 |
![]() | ເດືອນນີ້ | 1340 |
![]() | ທັງໝົດ | 211681 |