• ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ
  • ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ
  • ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄ
  • ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະ
  • ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລ
ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ເຂົ້າຮ່ວມພິທີປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ

                ໃນຕອນເຊົ້າຂອງວັນທີ 6 ເມສາ 2023 ນີ້ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມ ແຂວງວຽງຈັນ ສະຫາຍເລຂາ, ພ້ອມຄະນະໜ່ວຍ 5 ສະຫາຍ ໄດ້ເຂົ້າຮ່ວມພິທີປາຖະກະຖາຫວນຄືນມູນເຊື້້ອ ວັນສ້າງຕັ້ງຄະນະຊາວໜຸ່ມ ປປລ ຄົບຮອບ 68 ປີ ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງວຽງຈັນ.
ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023

         ໃນຕອນເຊົ້າ ຂອງວັນທີ 27 ເມສາ 2023, ເວລາ 08:00 ໂມງ ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິ ທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2023
ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ຄະນະໂຄສະນາອົບຮົມແຂວງວຽງຈັນ ຍົກສູງຄວາມຮູ້ຄວາມສາມາດວຽກງານວິຊາສະເພາະດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ພະນັກງານຂອງຕົນ.

ໃນຕອນເຊົ້າວັນທີ 17 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມວຽກງານສື່ມວນຊົນ (ດ້ານການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ) ໃຫ້ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍມີນັກວິທະຍາກອນຈາກ ພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ແລະ ນັກສຳມະນາກອນ ຈາກຄະນະໂຄສະນາອົບຮົມແຂວງ, ມີຜູ້ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້; ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຮັ່ງລີ່ ແກ້ວວິໄລສັກ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງວຽງຈັນ ແລະ ການເຂົ້າຮ່ວມຂອງ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ. ຈຸດປະສົງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວິຊາສະເພາະ ໃນການຂຽນບົດຄວາມ-ບົດຂ່າວ, ການຕັດຕໍ່ສຽງ-ພາບ ໃຫ້ສອດຄ່ອງກັບວຽກງານຕົວຈິງ ຂອງເວັບໄຊ໌ຄະນະໂຄສະນາອົບຮົມແຂວງວຽງຈັນ, ວິທະຍາກອນ ໄດ້ເອົາໃຈໃສ່ບັນຍາຍເອກະສານ, ສິດສອນວຽກງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ ແລະ ນັກສຳມະນາກອນທຸກທ່ານ ກໍໄດ້ພ້ອມກັນເອົາໃຈໃສ່, ຕັ້ງໜ້າຮໍ່າຮຽນຢ່າງເປັນເຈົ້າການ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນ ຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III

           ກອງປະຊຸມໃຫຍ່ໜ່ວຍຮາກຖານຊາວໝຸ່ມຄະນະໂຄສະນາອົບຮົມແຂວງວຽງຈັນ ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 24 ເດືອນ ມີນາ ປີ 2023, ເວລາ 08 : 00 ໂມງ ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ມີສະມາຊິກຊາວໝຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 12 ສະຫາຍ
ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

ພິທີປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ

      ໃນຕອນເຊົ້າຂອງວັນທີ 21 ມີນາ 2023 ເວລາ 8: 30 ຄະນະໂຄສະນາອົບຮົມແຂວງໄດ້ສົມທົບກັບຫ້ອງວ່າການແຂວງວຽງຈັນ ຈັດຕັ້ງພິທີຢາຖະກະຖາ ເລົ້າມູນເຊື້ອວັນສຳຄັນຂອງຊາດຄື: ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ( 21 ມີນາ 1946 - 21 ມີນາ 2023) ແລະ ວັນເລົ້າມູນເຊື້ອຕົ້ນແຕ້ຈາລຶກຄວາມແຄ້ນຊາວເມືອງເຟືອງ. 
Previous
Next

ຝຶກອົບຮົມຫາງສຽງສັງຄົມທົ່ວແຂວງວຽງຈັນ

                                                                       (  ຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມທົ່ວແຂວງວຽງຈັນ ) 

              ຄະນະ​ໂຄສະນາ​ອົບຮົມ​ແຂວງ​ວຽງຈັນ ​ໄດ້​ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໄດ້ໄຂຂຶ້ນໃນເວລາ 8:00 ໂມງ ຂອງວັນທີ 17 ມິຖຸນາ 2019 ທີ່ຫ້ອງປະຊຸມເບີ 2 ຫ້ອງການປົກຄອງແຂວງ, ໂດຍການໃຫ້ກຽດເຂົ້າ​ຮ່ວມທ່ານ ນ ສິງ​ຄຳ ຄົງ​ສະຫວັນ ຮອງ​ເລຂາພັກແຂວງ ຮອງ​ເຈົ້າ​ແຂວງ​ໆ​ວຽງຈັນ, ທ່ານ ນ ແສງຕານ ແກ້ວອິນດາປິງ, ຫົວໜ້າ ກົມສັງລວມຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຈັນແປງ ດວງພະຈັນ, ກຳມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບ ຮົມແຂວງ ຊຸດຝຶກອົບຮົມຄັ້ງນີ້; ມີຜູ້ເຂົ້າຝຶກອົບຮົມທັງໝົດ 77 ທ່ານ, ຍິງ 23 ທ່ານ,ໃນນີ້; ພະແນກການ, ອົງການ ກົມກອງ 42 ທ່ານຍິງ 8 ທ່ານ, ບັນດາເມືອງ 11 ທ່ານ, ຍິງ 2 ທ່ານ ແລະ ຄະນະໂຄສະນາອົບຮົມແຂວງ​ 24 ທ່ານ, ຍິງ 13 ທ່ານ. ຊຸດຝຶກອົບຮົມໄດ້ນໍາເອົາເອກະສານທີ່ສຳຄັນ ແລະ ຈໍາເປັນຈໍານວນໜຶ່ງເຂົ້າມາສຶກສາ, ຄົ້ນຄວ້າ, ເຊື່ອມ​ຊຶມ ເຊັ່ນ: ບັນຫາພື້ນຖານກ່ຽວກັບຫາງສຽງສັງຄົມ ວິທີການເກັບກຳ, ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດຕາໜ່າງເພື່ອນຮ່ວມງານ ແລະ ວຽກງານຄົ້ນຄວ້າສັງລວມ

 

                                                                       ( ພິທີມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ )

+ ຜ່ານຊຸດຝຶກອົບຮົມສາມາດຕີລາຄາຜົນໄດ້ຮັບ
         ຜ່ານການບັນຍາຍເອກະສານຈົບແລ້ວ ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແຕ່ລະພາກສ່ວນ ກໍ່ໄດ້ສະເໜີ ຫຼາຍບັນຫາຂຶ້້ນມາ ຕໍ່ກັບເນື້້ອໃນຊຸດຝຶກອົບຮົມຄັ້ງນີ້ ເພື່ອນຳໄປແກ້ໄຂ ແລະ ປັບປຸງ ໃຫ້ມັນດີຂຶ້ນກ່ວາເກົ່າໃນຕໍ່ໜ້າ ຊຸດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຄື້: ອັນທີໜຶ່ງ ເປັນການກະຕຸກຊຸ້ຍູ້ ເພື່ອໃຫ້ມີຄວາມຕື່ນຕົວ ເປັນ ເຈົ້າການນຳກັນໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຕີຖ້ອຍທຳ ນອງບິດເບືອນອັນບໍດີ ຂອງ ສັດຕູ, ທີ່ຜິດຕໍ່ລະບຽບກົດໝາຍຂອງລັດ ພວກເຮົາຕ້ອງຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຄົ້ນຄ້ວາ, ເຊື່ອມຊຶມ ກຳແໜ້ນຫຼັກມູນທາງດ້ານທິດສະດີ-ແນວທາງຂອງພັກ ເພື່ອຖອນຖອນບົດຮຽນ ແລະ ໝູນໃຊ້ ເຂົ້າໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ, ໃນຕອນທ້າຍ ກໍ່ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນເຮັດໃຫ້ມີບັນຍາກາດຝົດ ຟື້ນ, ຊຸດຝຶກອົບຮົມຄັ້ງນີ້; ໄດ້ປິດລົງໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019 ເວລາ 11:30 ໂດຍຮັບກຽດເຂົ້າຮ່ວມ ໂອລົມ ກ່າວປິດໂດຍທ່ານ ຄຳພັນ ສິດທິດຳພາ, ເລຂາ ພັກແຂວງ, ເຈົ້າແຂວງໆວຽງຈັນ, ຊຶ່ງທ່ານໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊຸດຝຶກອົບຮົມຄັ້ງນີ້ ພ້ອມກັນນັ້ນກໍ່ໄດ້ສະແດງຄວາມເປັນຫ່ວງ ເປັນໄຍ ແລະ ມີຄວາມເຫັນຊີ້ນຳຫຼາຍບັນຫາຕໍ່ວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງ-ສັງ ຄົມກໍ່ຄືວຽກງານການເມືອງ-ແນວຄິດໃນຕໍ່ໜ້າ.

                               ( ຮູບພາບລວມຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ )                                                  

                                                                                       ຜູ້ລາຍງານຂ່າວ   

                                                                                            ນ ຈັນທາວະດີ ຊະນະວົງໄຊ         
 

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1122
ໜ່ວຍກູ້ໄພ:   1625
ໄຟຟ້າ:          1199
ນໍ້າປະປາ:      1169

 

ຈຳນວນຄົນອອນໄລ໌ທ

ມີ 2  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

201536
ມື້ນີ້ມື້ນີ້12
ມື້ວານນີ້ມື້ວານນີ້120
ອາທິດນີ້ອາທິດນີ້262
ເດືອນນີ້ເດືອນນີ້16550
ທັງໝົດທັງໝົດ201536

ວີດີໂອ....