ເມືອງ ກາສີ
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ເປີດກອງປະຊຸມວຽກງານການເມືອງ-ແນວຄິດໃຫ້ພະນັກງານບຳນານຢູ່ 2 ຕົວເມືອງຄື: ເມືອງການສີ ແລະ ເມືອງແມດ ຄັ້ງວັນທີ 5-6 ມີນາ 2019 ໂດຍມີພະນັກງານບຳນານ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 96 ທ່ານ, ຍິງ 11 ທ່ານ ໃນນີ້ເມືອງ ກາສີ ມີ 73 ທ່ານ, ຍິງ 9 ທ່ານ ແລະ ເມືອງແມດ ມີ 23 ທ່ານ, ຍິງ 2 ທ່ານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນແປງ ດວງພະຈັນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກອງປະຊຸມໄດ້ນຳໃຊ້ເອກະສານທີ່ສຳຄັນ 3 ເອກະສານ ມາບັນຍາຍຕໍ່ກອງປະຊຸມຄື:
- ເອກະສານ ຖານະບົດບາດຂອງພະນັກງານບຳນານ
- ເອກະສານ ພັນທະ, ໜ້າທີ່ຂອງພະນັກງານບຳນານ.
- ເອກະສານ ບາງເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ.
ກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນກອງປະຊຸມເຮັດໃຫ້ມີການບັນຍາກາດຟົດຟື່ນພໍສົມຄວນ ຈາກການດຳເນີນກອງປະຊຸມຄັ້ງນີ້ເຫັນວ່າໄດ້ຍົກລະດັບຄວາມຮູ້, ຄວາມສາມາດ, ສ້າງສະຕິຄວາມເປັນເຈົ້າການແລະ ສ້າງຄວາມເປັນເອກະພາບສູງ ຕໍ່ຖານະບົດບາດ, ພັນທະ, ໜ້າທີ່ຂອງພະນັກງານບຳ ນານຢ່າງກ້ວາງຂວາງ ແລະ ເລີກເຊິ່ງ.
ເມືອງແມດ
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 859 |
![]() | ເດືອນນີ້ | 1336 |
![]() | ທັງໝົດ | 211677 |