ອັນຕະລາຍຂອງແປ້ງນົວ.
ແປ້ງນົວ ອັນຕະລາຍກວ່າທີ່ຄິດ.
ອັນຕະລາຍທີ່ເກີດຈາກເກືອໂຊດຽມ ເນື່ອງຈາກວ່າແປ້ງນົວມີໂຊດຽມທີ່ມາຈາກໂຊດາໄຟ ເປັນອົງປະກອບສໍາຄັນແຕ່ອັນຕະລາຍຫຼາຍກວ່າທີ່ເຮົາຄິດຊຶ່ງມີລາຍລະອຽດຄື:
· ເຮັດໃຫ້ພູມຕ້ານທ້ານ ຫຼື ພູມຄຸ້ມກັນຂອງຮ່າງກາຍຄົນເຮົາຫຼຸດລົງ.
· ເປັນອັນຕະລາຍຕໍ່ຜູ້ທີ່ເຈັບເປັນດ້ວຍພະຍາດຕ່າງໆເຊັ່ນ: ຄວາມດັນເລືອດສູງ, ໂລກໄຕ, ໂລກຫົວໃຈເປັນຕົ້ນ.
· ໃນເວລາປຸງແຕ່ງອາຫານຫາກໃສ່ແປ້ງນົວຫຼາຍ ກິນເຂົ້າໄປຈະເກີດມີອາການຊາ ແລະ ຮ້ອນວູບວາບທີ່ປາກ, ລິ້ນ ແລະ ໃບໜ້າ, ແໜ້ນເອິກ, ຫົວໃຈເຕັ້ນຊ້າລົງ, ຫາຍໃຈບໍ່ສະດວກເປັນຕົ້ນ.
· ແປ້ງນົວເປັນອັນຕະລາຍຕໍ່ລະບົບປະສາດສາຍຕາ, ສາຍຕາເສຍຫຼື ເກີດຕາບອດ, ກະດູກແລະ ໄຂກະດູກຂອງທ່ານຊຶ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງກາຍເຮັດໃຫ້ເລືອດຈາງໄດ້ໃນທີ່ສຸດ.
· ນອກຈາກນັ້ນແປ້ງນົວຍັງມີສ່ວນທໍາຮ້າຍສະໝອງສ່ວນໜ້າຂອງທ່ານຊຶ່ງເປັນສ່ວນສໍາຄັນໃນການຄວບຄຸມການຈະເລີນເຕີບໂຕ ແລະ ລະບົບສືບພັນຂອງຮ່າງກາຍ, ອາດຈະເປັນໝັນໄດ້.
ໜ່ວຍກູໄພ: 1625
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 29 |
![]() | ມື້ວານນີ້ | 78 |
![]() | ອາທິດນີ້ | 15 |
![]() | ເດືອນນີ້ | 1497 |
![]() | ທັງໝົດ | 101681 |