ໃນຕອນເຊົ້າຂອງວັນທີ 05 ກັນຍາ 2019, ເວລາ 8:30 ໂມງ, ຄະນະພັກອຳນາດການປົກຄອງແຂວງ ໄດ້ສົມທົບກັບສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງ ວັນຊາດ ສປປ ເກົາ ຫຼີ ຄົບຮອບ 71 ປີ (09/09/1948-09/09/2019).
ໂດຍການເປັນປະທານຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ, ປະທານສູນກາງກຳມະບານລາວ ທັງເປັນປະທານສະມາຄົມມິດຕະພາບ ລາວ- ສປປ ເກົາຫຼີ ແລະ ທ່ານ ລີຢົງຊົນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ພິທີດັ່ງ ກ່າວໄດ້ໃຫ້ກຽດປາຖະກະຖາໂດຍ ທ່ານ ລີຢົງຊົນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ພາລະກິດການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ສປປ ເກົາຫຼີ ໃນອາດີດກໍຄືປັດຈຸບັນ, ນອກຈາກນີ້ ໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບການຮ່ວມມືສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍດີຕະຫຼອດມາ ລະຫວ່າງ ສປປ ເກົາຫຼີ ແລະ ສປປ ລາວ ເຊິ່ງມີບັນດາຄະນະພົວພັນການຕ່າງປະເທດສູນກາງພັກ, ພະນັກງານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ເລຂາພັກແຂວງ, ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າພະແນກ, ຮອງພະແນກ, ທະຫານ, ຕຳຫຼວດ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງໝົດ 397 ທ່ານ, ຍິງ 126 ທ່ານ.
ພາຍຫຼັງສຳເລັດການປາຖະກະຖາ ຕາງໜ້າຄະນະນຳຂອງແຂວງວຽງຈັນ ໂດຍທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ແລະ ທ່ານ ປ້ານ ນ້ອຍ ມະນີ ກຳມະການສູນກາງພັກ, ປະທານສູນກາງກຳມະບານລາວ, ຕາງໜ້າສະມາຄົມມິດຕະພາບ ລາວ- ສປປ ເກົາຫຼີ ໄດ້ໃຫ້ກຽດຂຶ້ນມອບກະຕ່າດອກໄມ້ ເພື່ອອວຍພອນວັນຊາດ ສປປ ເກົາຫຼີ ຄົບຮອບ 71 ປີ ໂດຍໃຫ້ກຽດຮັບຂອງທ່ານ ລີຢົງຊົນ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ
ໃນຕອນທ້າຍພິທີ ຍັງໄດ້ຮັບຊົມການສະແດງສິລະປະ ຈາກນັກສະແດງ ສປປ ເກົາຫຼີ ດ້ວຍຄວາມເບີກບານມ່ວນຊື່ນ ເຮັດໃຫ້ພິທີປາຖະກະຖາ ມີຄວາມໝາຍສຳຄັນ ແລະ ບັນຍາກາດຟົດ ຟື້ນດີ.
ຂຽນໂດຍ : ທອງຄຳ ບຸນປັນ
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 72 |
![]() | ມື້ວານນີ້ | 59 |
![]() | ອາທິດນີ້ | 867 |
![]() | ເດືອນນີ້ | 1344 |
![]() | ທັງໝົດ | 211685 |