ໃນວັນທີ 11 ມີນາ 2022 ເວລາ 08:30 ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ວຽງຈັນ ໄດ້ຈັດພິທີປະກາດ 4 ບຸກ ຮອບທີ 2 ສະໄໝທີ II ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ໂດຍການເປັນປະທານຂອງ ສະຫາຍ ນ. ດາວວິໄລ ຄຳປັນຍາ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ສົມຄິດ ອິນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ວຽງຈັນ, ສະຫາຍ ນ. ທິບພະຈັນ ສຸທຳມະວົງ ຄະນະບໍລິຫານງານຊາວໜຸ່ມ ແຂວງວຽງຈັນ ມີບັນດາເລຂາໜ່ວຍຮາກຖານຊາວໜຸ່ມ ປະຊາຊົນປະຕິວັດລາວ ອ້ອມຂ້າງ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 25 ສະຫາຍ, ຍິງ 16 ສະຫາຍ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II, ໃນວັນທີ 27ເມສາ 2022, ຢູ່ທີ່ຫ້ອງປະຊຸມຂອງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນທະວົງ ບົວລະພັນ ຮອງ ເລຂາໜ່ວຍພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ. ມີມະຫາຊົນຜູ້ກ້າວໜ້າມາຈາກ 5 ພາກສ່ວນ, ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ, ເຊິ່ງ ພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນ ແລະ ມີຄວາມໝາຍຄວາມສໍາຄັນ ເຊິ່ງເອກະສານທີ່ນໍາມາຮຽນໃນຄັ້ງນີ້ ປະກອບມີ 13 ຄໍາຖາມ-13 ຄໍາຕອບ ທີ່ຄະນະໂຄສະນາອົບ ຮົມສູນກາງພັກສົ່ງໃຫ້ ເຊິ່ງເປັນເອກະສານຄວາມຮູ້ເບື້ອງຕົ້ນທີ່ເຮັດໃຫ້ມະຫາຊົນຜູ້ກ້າວໜ້າໄດ້ຮັບຮູ້ ເຂົ້າໃຈ ກ່ຽວກັບຄວາມເປັນມາ, ອຸດົມການ, ທາດແທ້ ແລະ ຫຼັກການຂອງພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ໄດ້ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ໃນວັນທີ 24 ກຸມພາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປະກາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ອອກພັກການ-ຮັບອຸດໜູນບໍານານ ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນການງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ມີທ່ານ ສົມຄິດ ອິນທະວົງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນຈາກພະແນກອ້ອມຂ້າງພ້ອມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງວຽງຈັນເຂົ້າຮ່ວມ.
ໃນວັນທີ 22 ທັນວາ 2021 ເວລາ 13:30 ທີ່ຫ້ອງປະຊຸມຄະນະກວດກາພັກ ແຂວງວຽງຈັນ ໜ່ວຍພັກຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມຄິດ ອິນທະວົງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີຮອງເລຂາໜ່ວຍພັກ ແລະ ຄະນະໜ່ວຍພັກ 5 ພາກສ່ວນ ແລະ ພ້ອມດ້ວຍສະມາຊິກພັກສົມບູນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຄັ້ງວັນທີ 27 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຂອງ ວິທະຍາໄລເຕັກນິກແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນ ແຖວເງິນ ຊາມຸນຕີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ມີມະຫາຊົນຜູ້ກ້າວໜ້າເຂົ້າ ມາຈາກ 4 ພາກສ່ວນ, ໃນນີ້ມີ ຄະນະພັກຮາກຖານວິທະຍາໄລເຕັກນິກແຂວງວຽງຈັນ 12 ສະຫາຍ, ຍິງ 05 ສະຫາຍ, ຄະນະພັກຮາກຖານຫ້ອງວ່າການແຂວງວຽງຈັນ 02 ສະຫາຍ, ຍິງ 01 ສະຫາຍ. ຄະນະພັກຮາກຖານພະແນກສາທາລະນະສຸກ 01 ສະຫາຍ, ຍິງ 01 ສະຫາຍ. ໜ່ວຍພັກພະແນກການຕ່າງປະເທດ 02 ສະຫາຍ, ຍິງ 0 ສະຫາຍ. ລວມທັງໝົດ 17 ສະຫາຍ, ຍິງ 07 ສະຫາຍ.
ໜ່ວຍກູໄພ: 1625
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 34 |
![]() | ມື້ວານນີ້ | 48 |
![]() | ອາທິດນີ້ | 201 |
![]() | ເດືອນນີ້ | 850 |
![]() | ທັງໝົດ | 134870 |